ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ກິດຈະກຳ
  • >
  • ກອງປະຊຸມວຽກງານສະໜັບສະໜູນ SUN CSA ຄັ້ງວັນທີ 28 ກຸມພາ 2024

ກອງປະຊຸມວຽກງານສະໜັບສະໜູນ SUN CSA ຄັ້ງວັນທີ 28 ກຸມພາ 2024

ຄະນະເຮັດວຽກສະໜັບສະໜູນ SUN CSA ໄດ້ປຶກສາຫາລື ແລະ ວາງແຜນການດໍາເນີນວຽກສະໜັບສະໜູນ SUN CSA ສໍາລັບປີ 2024!

ພະນັກງານ 16 ທ່ານຈາກ 13 ອົງການຈັດຕັ້ງສະມາຊິກ ໄດ້ເຂົ້າຮ່ວມກອງປະຊຸມຄະນະເຮັດວຽກສະໜັບສະໜູນ SUN CSA ໃນວັນທີ 28 ກຸມພາ 2024 ທາງອອນໄລນ໌ ຜ່ານລະບົບຊູມ ແລະ ແບບເຊິ່ງໜ້າທີ່ຫ້ອງການແພລນ ນະຄອນຫຼວງວຽງຈັນ. ໃນໄລຍະປີ 2023, ໂດຍການຮ່ວມກັນໃນເຄືອຂ່າຍ, ພວກເຮົາໄດ້ດໍາເນີນ 30 ກິດຈະກໍາການສະໜັບສະໜູນ ແລະ ສ້າງຄວາມຄືບ ໜ້າຮ່ວມກັນ ກ່ຽວກັບວຽກງານ 1000 ວັນທໍາອິດຂອງຊີວິດ, ການລ້ຽງລູກດ້ວຍນົມແມ່ຢູ່ບ່ອນເຮັດວຽກ. ແລະ ການຄຳ້ປະກັນດ້ານສະບຽງອາຫານ. ໃນກອງປະຊຸມ, ສະມາຊິກຂອງພວກເຮົາໄດ້ແບ່ງປັນກ່ຽວກັບ ການປະຕິບັດວຽກງານສະໜັບສະໜູນໂດຍຜ່ານໂຄງການຂອງຕົນ ໃນໄລຍະທີ່ຜ່ານມາ ແລະ ໃນອະນາຄົດ. ພວກເຮົາໄດ້ປຶກສາຫາລື ແລະ ຕົກລົງເຫັນດີກ່ຽວກັບຫົວຂໍ້ ສະໜັບສະໜູນບູລິມະສິດສໍາລັບປີ 2024, ພ້ອມກັບວາງແຜນກິດຈະກຳການສະໜັບສະໜູນສຳລບແຕ່ລະຫົວຂໍ້. ຜົນຂອງການປຶກສາຫາລືເຫຼົ່ານີ້ ຈະຖືກນຳສະເໜີ ແລະ ຮັບຮອງໂດຍສະມາຊິກ SUN CSA ທັງໝົດ ໃນກອງປະຊຸມສາມັນປະຈຳປີຂອງພວກເຮົາທີ່ຈະມາເຖິງໃນເດືອນ ມີນາ 2024 ນີ້.

ທ່ານສາມາດຮັບຟັງບັນທຶກກອງປະຊຸມ ແລະ ເບິ່ງບົກນຳສະເໜີໄດ້ທີ່ເວັບໄຊທ໌ SUN CSA.

🙏ຂອບໃຈທຸກທ່ານທີ່ໄດ້ສະຫຼະເວລາເພື່ອລາຍງານວຽກໂພຊະນາການຂອງທ່ານ ແລະ ປະສານສົມທົບວຽກງານຮ່ວມກັນ. ເມື່ອພວກເຮົາຮ່ວມມືກັນ ພວກເຮົາຈະສາມາດປັບປຸງໂພຊະນາການໃນລາວໄດ້. ພວກເຮົາຈະພົບກັນໃໝ່ໃນກອງປະຊຸມຄັ້ງຕໍ່ໄປໃນເດືອນສິງຫາ.  ພວກເຮົາລໍຄອຍທີ່ຈະສະໜັບສະໜູນກິດຈະກຳດ້ານໂພຊະນາການຂອງອົງກອນທ່ານໃນອະນາຄົດ

SUN CSA Advocacy Working group Meeting on 28 Feb 2024

Loading...