ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ເວທີສົນທະນາອອນໄລນ໌ປະຈຳວັນສຸກ ຄັ້ງວັນທີ 28 ກໍລະກົດ 2023

ເວທີສົນທະນາປະຈຳວັນສຸກຂອງ SUN CSA: ຄວາມຄິດລິເລີ່ມສ້າງບ້ານໂພຊະນາການຕົວແບບ. ວັນທີ: ວັນສຸກທີ 28 ກໍລະກົດ 2023, ເວລາ 9-10  ໂມງ ຜູ້ນຳສະເໜີ: ທ່ານ ເຢັ້ງຈັ້ງ ຈື່ຢົງ, ຜູ້ຊ່ວຍໂຄງການ, ອົງການແຄຣິຕັສ ລຸກຊຳບວກ ປະຈຳລາວ. ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ), ດຳເນີນເປັນພາສາລາວ ການສົ່ງເສີມໂພຊະນາການທີ່ດີຖືເປັນວຽກບຸລິມະສິດຂອງການພັດທະນາໃນ ສປປ ລາວ. ປື້ມຄູ່ມືການສ້າງບ້ານໂພຊະນາການຕົວແບບ ຈຶ່ງໄດ້ຮັບການພັດທະນາຂຶ້ນມາ ໂດຍມີຈຸດປະສົງເພື່ອແນ່ໃສ່ການຈັດຕັ້ງປະຕິບັດນະໂຍບາຍຍຸດທະສາດ ແລະ ແຜນການປະຕິບັດວຽກງານໂພຊະນາການໃຫ້ປາກົດຜົນເປັນຈິງ. ການນຳສະເໜີຈາກ Caritas ໃນຄັ້ງນີ້ ຈະສະແດງໃຫ້ພວກເຮົາເຫັນເຖິງການຈັດຕັ້ງປະຕິບັດກິດຈະກຳພາຍໃຕ້ໂຄງການ SILANS ທີ່ຕອບສະໜອງທາງກົງ ແລະ ທາງອ້ອມຕໍ່ກັບມາດຕະຖານ ແລະ ຕົວຊີ້ວັດ ໃນການເປັນບ້ານໂພຊະນາການຕົວແບບ. ທ່ານສາມາດຮຽນຮູ້ເພີ່ມເຕີມ ໂດຍການເຂົ້າຮ່ວມໃນເວທີສົນທະນາ SUN CSA ໃນວັນສຸກນີ້. ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO […]

Loading...