ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ການຮຽນຮູ້ເພື່ອປັບປຸງວຽກງານໂພຊະນາການຢູ່ແຂວງຫຼວງພະບາງ, 24-25 ກຸມພາ 2021

ການຮຽນຮູ້ເພື່ອປັບປຸງວຽກງານໂພຊະນາການຢູ່ແຂວງຫຼວງພະບາງ, 24-25 ກຸມພາ 2021

ບັນດາອົງການຈັດຕັ້ງທາງສັງຄົມຢູ່ແຂວງຫຼວງພະບາງ ໄດ້ມາຮຽນຮູ້ຮ່ວມກັນກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການຂອງຫຼາຍຂະແໜງການ ໃນວັນທີ 24-25 ກຸມພາ 2021 ຮ່ວມກັນກັບຄະນະກຳມາທິການໂພຊະນາການແຂວງຫຼວງພະບາງ.
ໃນນາມທີ່ເປັນສ່ວນໜຶ່ງຂອງການສະໜັບສະໜູນ ເພື່ອບັນລຸຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນປະຕິບັດງານ 2016-2828, 7 ອົງກອນໄດ້ຕາງໜ້າເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ (SUN CSA Laos) ໄດ້ແລກປ່ຽນບົດຮຽນ ແລະ ຜົນສຳເລັດດ້ານໂພຊະນາການຮ່ວມກັບຄະນະກຳມະການໂພຊະນາການຂັ້ນແຂວງ ຢູ່ແຂວງຫຼວງພະບາງ.
ມີຜູ້ເຂົ້າຮ່ວມເກືອບ 70 ທ່ານ, ຊຶ່ງປະກອບມີຜູ້ຕາງໜ້າຈາກຄະນະກຳມາທິການໂພຊະນາການຂັ້ນເມືອງ ແລະ ຂັ້ນແຂວງ ຮ່ວມກັນກັບພະນັກງານຈາກ INGO ແລະ Lao CSOs.
ຈຸດປະສົງກອງປະຊຸມແລກປ່ຽນ ແລະ ຮຽນຮູ້ກ່ຽວກັບວຽກງານໂພຊະນາການຂອງຫຼາຍຂະໜງການ ແມ່ນເພື່ອເຕົ້າໂຮມເອົາບັນດາອົງການຈັດຕັ້ງທາງພາກລັດ ແລະ ບັນດາອົງການຈັດຕັ້ງທາງສັງຄົມ ເພພື່ອມາຮ່ວມແລກປ່ຽນບົດຮຽນທີ່ຖອດຖອນໄດ້ຈາການຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ ໃນການສະໜັບສະໜູນ 22 ມາດຕະການບູລິມະສິດຂອງລັດຖະບານດ້ານໂພຊະນາການ ທີ່ຢູ່ໃນແຜນຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນປະຕິບັດງານ 2016-2020. ພ້ອມດຽວກັນນັ້ນ, ຍັງເປັນການແລກປ່ຽນບົດຮຽນ, ປະສົບການ ແລະ ບັນດາເຄື່ອງມືທີ່ຖືກນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງດ້ານໂພຊະນາການ, ສະທ້ອນຄືນຜົນສຳເລັດ ແລະ ບກນຫາດ້ານຄວາມແຕກໂຕນທີ່ຈຳເປັນຕ້ອງໄດ້ຮັບການປັບປຸງ ເພື່ອເຮັດໃຫ້ໂຄງການສາມາດບັນລຸເປົ້າໝາຍດ້ານການປັບປຸງໂພຊະນາການໃນຊຸມຊົນ.
ບັນດາອົງການຈັດຕັ້ງໃນເຄືອຂ່າຍຂອງ SUN CSA ທີ່ໄດ້ຮ່ວມແລກປ່ຽນບົດຮຽນລວມມີ:
• ອົງການຊ່ວຍເຫຼືອເດັກໄດ້ນຳສະເໜີກ່ຽວກັບວຽກງານ ແລະ ຄວາມຄືບໜ້າຂອງໂຄງການ SCALING.
• ໂຮງໝໍເພື່ອນລາວ ໄດ້ຍົກໃຫ້ເຫັນຜົນສຳເລັດໃນການໃຫ້ບໍລິການ ການປີ່ນປົວເດັກຂາດສານອາຫານແບບເຊື່ອມສານ IMAM.
• ສະມາຄົມເພື່ອນຜາຕັດແກ້ FPTK ນໍາສະເໜີບົດຮຽນໃນການເຊື່ອມສານວຽກງານໂພຊະນາການເຂົ້້າໃນການຈັດຕັ້ງປະຕິບັດໂຄງການດ້ານກະສິກຳຂອງຕົນ.
• ສະມາຄົມຮ່ວມໃຈພັດທະນາ (SDA) ໄດ້ນຳສະເໜີຜົນໄດ້ຮັບ ແລະ ຂໍ້ສະເໜີແນະ ຈາກການຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ.
• ສະມາຄົມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ນຳສະເໜີກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳດ້ານບົດບາດຍິງ-ຊາຍ ທີ່ຕິດພັນກັບວຽກງານໂພຊະນາການ.
• ອົງການກາແດງສະວິດ (SRC) ນຳສະເໜີບົດຮຽນຈາກການຈັດຕັ້ງປະຕິບັດໂຄງການກ່ຽວກັບສຸຂະພາບແມ່.
• ອົງການສຸພານິມິດປະຈຳລາວ ນຳສະເໜີກ່ຽວກັບຜົນໄດ້ຮັບ ແລະ ບົດຮຽນໃນການຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ.
ທ່ານສາມາດດາວໂຫຼດບົດນຳສະເໜີໄດ້ຈາກດ້ານລຸ່ມນີ້

Loading...