ການຮຽນຮູ້ເພື່ອປັບປຸງວຽກງານໂພຊະນາການຢູ່ແຂວງວຽງຈັນ, ວັນທີ 25-26 ກຸມພາ 2021

ໃນວັນທີ 25-26 ກຸມພາ 2021 ບັນດາອົງການຈັດຕັ້ງທາງສັງຄົມຢູ່ແຂວງວຽງຈັນ ໄດ້ມາຮຽນຮູ້ຮ່ວມກັນກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການຂອງຫຼາຍຂະແໜງການ ຮ່ວມກັນກັບຄະນະກຳມາທິການໂພຊະນາການແຂວງວຽງຈັນ. ໃນນາມທີ່ເປັນສ່ວນໜຶ່ງຂອງການສະໜັບສະໜູນ ເພື່ອບັນລຸຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນປະຕິບັດງານ 2016-2828, 10 ອົງກອນໄດ້ຕາງໜ້າເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ (SUN CSA Laos) ໄດ້ມາແລກປ່ຽນບົດຮຽນ ແລະ ຜົນສຳເລັດດ້ານໂພຊະນາການຮ່ວມກັບຄະນະກຳມະການໂພຊະນາການຂັ້ນແຂວງ ຢູ່ແຂວງວຽຈັນ. ມີຜູ້ເຂົ້າຮ່ວມຫຼາຍກວ່າ 70 ທ່ານ, ຊຶ່ງປະກອບມີຜູ້ຕາງໜ້າຈາກສູນໂພຊະນາການແຫ່ງຊາດ, ຄະນະກຳມາທິການໂພຊະນາການຂັ້ນເມືອງຈາກ 11 ເມືອງ ແລະ ຂັ້ນແຂວງ ຮ່ວມກັນກັບພະນັກງານຈາກ INGO ແລະ Lao CSOs. ຈຸດປະສົງກອງປະຊຸມແລກປ່ຽນບົດຮຽນດ້ານໂພຊະນາການຂອງຫຼາຍຂະໜງການ ແມ່ນເພື່ອເຕົ້າໂຮມເອົາບັນດາອົງການຈັດຕັ້ງທາງພາກລັດ ແລະ ບັນດາອົງການຈັດຕັ້ງທາງສັງຄົມ ເພື່ອມາແລກປ່ຽນບົດຮຽນທີ່ຖອດຖອນໄດ້ຈາການຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ ໃນການສະໜັບສະໜູນ 22 ມາດຕະການບູລິມະສິດຂອງລັດຖະບານດ້ານໂພຊະນາການ ທີ່ຢູ່ໃນແຜນຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນປະຕິບັດງານ 2016-2020. ພ້ອມດຽວກັນນັ້ນ, ຍັງເປັນການແລກປ່ຽນບົດຮຽນ, ປະສົບການ ແລະ ບັນດາເຄື່ອງມືທີ່ຖືກນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງດ້ານໂພຊະນາການ, ສະທ້ອນຄືນຜົນສຳເລັດ ແລະ ບັນຫາດ້ານຄວາມແຕກໂຕນທີ່ຈຳເປັນຕ້ອງໄດ້ຮັບການປັບປຸງ […]
ການຮຽນຮູ້ເພື່ອປັບປຸງວຽກງານໂພຊະນາການຢູ່ແຂວງຫຼວງພະບາງ, 24-25 ກຸມພາ 2021

ບັນດາອົງການຈັດຕັ້ງທາງສັງຄົມຢູ່ແຂວງຫຼວງພະບາງ ໄດ້ມາຮຽນຮູ້ຮ່ວມກັນກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການຂອງຫຼາຍຂະແໜງການ ໃນວັນທີ 24-25 ກຸມພາ 2021 ຮ່ວມກັນກັບຄະນະກຳມາທິການໂພຊະນາການແຂວງຫຼວງພະບາງ. ໃນນາມທີ່ເປັນສ່ວນໜຶ່ງຂອງການສະໜັບສະໜູນ ເພື່ອບັນລຸຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນປະຕິບັດງານ 2016-2828, 7 ອົງກອນໄດ້ຕາງໜ້າເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ (SUN CSA Laos) ໄດ້ແລກປ່ຽນບົດຮຽນ ແລະ ຜົນສຳເລັດດ້ານໂພຊະນາການຮ່ວມກັບຄະນະກຳມະການໂພຊະນາການຂັ້ນແຂວງ ຢູ່ແຂວງຫຼວງພະບາງ. ມີຜູ້ເຂົ້າຮ່ວມເກືອບ 70 ທ່ານ, ຊຶ່ງປະກອບມີຜູ້ຕາງໜ້າຈາກຄະນະກຳມາທິການໂພຊະນາການຂັ້ນເມືອງ ແລະ ຂັ້ນແຂວງ ຮ່ວມກັນກັບພະນັກງານຈາກ INGO ແລະ Lao CSOs. ຈຸດປະສົງກອງປະຊຸມແລກປ່ຽນ ແລະ ຮຽນຮູ້ກ່ຽວກັບວຽກງານໂພຊະນາການຂອງຫຼາຍຂະໜງການ ແມ່ນເພື່ອເຕົ້າໂຮມເອົາບັນດາອົງການຈັດຕັ້ງທາງພາກລັດ ແລະ ບັນດາອົງການຈັດຕັ້ງທາງສັງຄົມ ເພພື່ອມາຮ່ວມແລກປ່ຽນບົດຮຽນທີ່ຖອດຖອນໄດ້ຈາການຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ ໃນການສະໜັບສະໜູນ 22 ມາດຕະການບູລິມະສິດຂອງລັດຖະບານດ້ານໂພຊະນາການ ທີ່ຢູ່ໃນແຜນຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນປະຕິບັດງານ 2016-2020. ພ້ອມດຽວກັນນັ້ນ, ຍັງເປັນການແລກປ່ຽນບົດຮຽນ, ປະສົບການ ແລະ ບັນດາເຄື່ອງມືທີ່ຖືກນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງດ້ານໂພຊະນາການ, ສະທ້ອນຄືນຜົນສຳເລັດ ແລະ ບກນຫາດ້ານຄວາມແຕກໂຕນທີ່ຈຳເປັນຕ້ອງໄດ້ຮັບການປັບປຸງ ເພື່ອເຮັດໃຫ້ໂຄງການສາມາດບັນລຸເປົ້າໝາຍດ້ານການປັບປຸງໂພຊະນາການໃນຊຸມຊົນ. […]