ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ການຮຽນຮູ້ເພື່ອປັບປຸງວຽກງານໂພຊະນາການຢູ່ແຂວງວຽງຈັນ, ວັນທີ 25-26 ກຸມພາ 2021

ການຮຽນຮູ້ເພື່ອປັບປຸງວຽກງານໂພຊະນາການຢູ່ແຂວງວຽງຈັນ, ວັນທີ 25-26 ກຸມພາ 2021

ໃນວັນທີ 25-26 ກຸມພາ 2021 ບັນດາອົງການຈັດຕັ້ງທາງສັງຄົມຢູ່ແຂວງວຽງຈັນ ໄດ້ມາຮຽນຮູ້ຮ່ວມກັນກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການຂອງຫຼາຍຂະແໜງການ ຮ່ວມກັນກັບຄະນະກຳມາທິການໂພຊະນາການແຂວງວຽງຈັນ.
ໃນນາມທີ່ເປັນສ່ວນໜຶ່ງຂອງການສະໜັບສະໜູນ ເພື່ອບັນລຸຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນປະຕິບັດງານ 2016-2828, 10 ອົງກອນໄດ້ຕາງໜ້າເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ (SUN CSA Laos) ໄດ້ມາແລກປ່ຽນບົດຮຽນ ແລະ ຜົນສຳເລັດດ້ານໂພຊະນາການຮ່ວມກັບຄະນະກຳມະການໂພຊະນາການຂັ້ນແຂວງ ຢູ່ແຂວງວຽຈັນ.
ມີຜູ້ເຂົ້າຮ່ວມຫຼາຍກວ່າ 70 ທ່ານ, ຊຶ່ງປະກອບມີຜູ້ຕາງໜ້າຈາກສູນໂພຊະນາການແຫ່ງຊາດ, ຄະນະກຳມາທິການໂພຊະນາການຂັ້ນເມືອງຈາກ 11 ເມືອງ ແລະ ຂັ້ນແຂວງ ຮ່ວມກັນກັບພະນັກງານຈາກ INGO ແລະ Lao CSOs.
ຈຸດປະສົງກອງປະຊຸມແລກປ່ຽນບົດຮຽນດ້ານໂພຊະນາການຂອງຫຼາຍຂະໜງການ ແມ່ນເພື່ອເຕົ້າໂຮມເອົາບັນດາອົງການຈັດຕັ້ງທາງພາກລັດ ແລະ ບັນດາອົງການຈັດຕັ້ງທາງສັງຄົມ ເພື່ອມາແລກປ່ຽນບົດຮຽນທີ່ຖອດຖອນໄດ້ຈາການຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ ໃນການສະໜັບສະໜູນ 22 ມາດຕະການບູລິມະສິດຂອງລັດຖະບານດ້ານໂພຊະນາການ ທີ່ຢູ່ໃນແຜນຍຸດທະສາດແຫ່ງຊາດດ້ານໂພຊະນາການ ແລະ ແຜນປະຕິບັດງານ 2016-2020. ພ້ອມດຽວກັນນັ້ນ, ຍັງເປັນການແລກປ່ຽນບົດຮຽນ, ປະສົບການ ແລະ ບັນດາເຄື່ອງມືທີ່ຖືກນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງດ້ານໂພຊະນາການ, ສະທ້ອນຄືນຜົນສຳເລັດ ແລະ ບັນຫາດ້ານຄວາມແຕກໂຕນທີ່ຈຳເປັນຕ້ອງໄດ້ຮັບການປັບປຸງ ເພື່ອເຮັດໃຫ້ໂຄງການສາມາດບັນລຸເປົ້າໝາຍດ້ານການປັບປຸງໂພຊະນາການໃນຊຸມຊົນ.
ຂໍສະແດງຄວາມຊົມເຊີຍສະມາຄົມພັດທະນາບົດບາດຍິງ-ຊາຍ (GDA) ຮ່ວມກັບ Caritas ໃນການເປັນເຈົ້າພາບຮ່ວມກັບພະແນກສາທາລະນະສຸກ ທີ່ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນນີ້ຂຶ້ນມາ, ໂດຍໄດ້ຮັບການສະໜັບສະໜູນທຶນຈາກສະຫະພາບເອີຣົບ ຜ່ານໂຄງການສ້າງຄວາມອາດສາມາດເພື່ອຈັດຕັ້ງປະຕິບັດວຽກງານໂພຊະນາການ (CB4N) ຂອງອົງການແພລນສາກົນ ປະຈຳ ສປປ ລາວ. ກອງປະຊຸມແມ່ນສາມາດບັນລຸຕາມຕາດໝາຍທີ່ວາງໄວ້; ມີການແບ່ງກຸ່ມສົນທະນາຕາມຂະແໜງການເຊັ່ນ: ສາທາ, ສຶກສາ, ກະສິກຳ ແລະ ແມ່ຍິງ ເຮັດໃຫ້ສາມາດສະຫຼຸບບັນຫາ, ສິ່ງກີດຂວງ, ສິ່ງທ້າທາຍ ແລະ ແນວທາງໃນການແກ້ໄຂສຳລັບແຕ່ລະຂະແໜງການເພື່ອໃຫ້ສາມາດປະກອບສ່ວນສະໜັບສະໜູນການປັບປຸງໂພຊະນາການຢູ່ໃນແຂວງວຽງຈັນ. ບັນດາອົງການຈັດຕັ້ງໃນເຄືອຂ່າຍຂອງ SUN CSA ແລະ ອົງການຈັດຕັ້ງທີ່ເຮັດວຽກຢູ່ແຂວງວຽງຈັນ ທີ່ໄດ້ຂຶ້ນນຳສະເໜີບົດຮຽນໃນການຈັດຕັ້ງປະຕິບັດວຽກງານຂອງຕົນລວມມີ: Gender Development Association (GDA), Caritas Luxembourg in Lao PDR, Aid Children with Disability Association (ACDA), SAEDA LAO, ARMI ແລະ Aide et Action Laos. ນອກຈາກນັ້ນ, ຍັງມີອົງກອນ ແລະ ຄູ່ຮ່ວມພັດທະນາອື່ນໆ ທີ່ໄດ້ເຂົ້າຮ່ວມການສົນທະນາ, ແລກປ່ຽນ ແລະ ມີຄຳເຫັນໃນກອງປະຊຸມເຊັ່ນ: European Union in Laos, Plan International Laos, MHP LAOS ແລະ PFHA – Promotion of Family Health Association.
ທ່ານສາມາດດາວໂຫຼດບົດນຳສະເໜິໄດ້ຈາກດ້ານລຸ່ມ

Loading...