ໃນປີ 2024, ອົງກອນສະມາຊິກ SUN CSA ລາວ 77 ອົງກອນ ສະເຫຼີມສະຫຼອງຄົບຮອບ 10 ປີ ການເຮັດວຽກຮ່ວມກັນໃນນາມເຄືອຂ່າຍເພື່ອປັບປຸງໂພຊະນາການໃນລາວ!
ເຄືອຂ່າຍ SUN CSA ມີຄວາມເຂັ້ມແຂງເນື່ອງຈາກສະມາຊິກທັງຫມົດມີສ່ວນຮ່ວມ, ແບ່ງປັນ ແລະ ຮ່ວມມືກັນດ້ານທັກສະ, ຄວາມຮູ້ ແລະ ຊັບພະຍາກອນ ດ້ານໂພຊະນາການຂອງຕົນ.
ຕະຫຼອດໄລຍະທົດສະວັດທີ່ຜ່ານມາ, ບັນດາອົງການຈັດຕັ້ງທາງສັງຄົມ ທັງລາວ ແລະ ສາກົນ ໄດ້ຮວມຕົວກັນ ແລະ ສ້າງເຄືອຂ່າຍທີ່ເຂັ້ມແຂງທີ່ສຸດເຄືອຂ່າຍໜຶ່ງຂອງປະເທດ ສຳລັບການປະສານງານ, ການສະໜັບສະໜູນ, ການແບ່ງປັນການຮຽນຮູ້, ການຄົ້ນຄວ້າ ແລະ ການປັບປຸງໂພຊະນາການ.
ໃນຕະຫຼອດໄລຍະ 10 ປີ ພວກເຮົາໄດ້ດໍາເນີນກິດຈະກໍາໂພຊະນາການຮ່ວມກັນຫຼາຍກວ່າ 400 ກິດຈະກໍາ (ສະເລ່ຍ 3 ກິດຈະກໍາ / ເດືອນ): ກິດຈະກໍາການປະສານງານປະມານ 157 ຄັ້ງ; ກິດຈະກໍາການຮຽນຮູ້ 135 ຄັ້ງ ແລະ ວຽກງານສະໜັບສະໜູນ 120 ຄັ້ງ.
ສະເພາະໃນ 3 ເດືອນທີ່ຜ່ານມານີ້, ເຄືອຂ່າຍຂອງພວກເຮົາໄດ້ດໍາເນີນກິດຈະກໍາຮ່ວມກັນ 28 ກິດຈະກໍາ – ຫຼາຍກວ່າ 8 ກິດຈະກໍາຕໍ່ເດືອນ. ຄວາມເຂັ້ມແຂງ ແລະ ການມີສ່ວນຮ່ວມຢ່າງຫ້າວຫັນຂອງເຄືອຂ່າຍໃນປະຈຸບັນ ໄດ້ຖືກສ້າງຂື້ນຕະຫຼອດໄລຍະເວລາທີ່ຜ່ານມາ, ໂດຍເລີ່ມແຕ່ປີ 2014 ເປັນຕົ້ນມາ.
ອີກເຫດຜົນທີ່ເຄືອຂ່າຍຂອງພວກເຮົາສາມາດເຄື່ອນໄຫວວຽກງານໄດ້ ແມ່ນຍ້ອນການສະໜັບສະໜູນຈາກຄູ່ຮ່ວມງານອື່ນໆໃນ SUN ລາວ, ຊຶ່ງລວມມີລັດຖະບານລາວ, ປະເທດຜູ້ໃຫ້ທຶນຈາກສາກົນ, ຕະຫຼອດເຖິງບັນຫາໜ່ວຍງານຂອງອົງການສະຫະປະຊາຊາດ, ໜ່ວຍທຸລະກິດ ແລະ ມະຫາວິທະຍາໄລຂອງລາວ. ຂໍຂອບໃຈເປັນພິເສດມາຍັງອົງການແພລນສາກົນ ສໍາຫຼັບການສະໜັບສະໜູນງົບປະມານ ແລະ ເປັນເຈົ້າພາບໃຫ້ກັບກອງເລຂາ SUN CSA ໃນໄລຍະ 10 ປີທີ່ຜ່ານມາ.
ພວກເຮົາມາສືບຕໍ່ເສີມສ້າງໂພຊະນາການໃນ ສປປ ລາວ ໃຫ້ເຂັ້ມແຂງໃນທົດສະວັດທີ່ຈະມາເຖິງ, ເພື່ອໃຫ້ປະຊາຊົນມີສຸຂະພາບທີ່ແຂງແຮງ ແລະ ປະເທດຊາດມີຄວາມຈະເລີນຮູ່ງເຮືອງຍິ່ງຂຶ້ນ.