ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ຂໍການສະເໜີຊື່ຜູ້ສະໝັກຈາກ CSO ລາວ ແລະ ຈາກ INGO ເພື່ອເຂົ້າມາເປັນສະມາຊິກຄະນະບໍລິຫານງານ SUN CSA

ຂໍການສະເໜີຊື່ຜູ້ສະໝັກຈາກ CSO ລາວ ແລະ ຈາກ INGO ເພື່ອເຂົ້າມາເປັນສະມາຊິກຄະນະບໍລິຫານງານ SUN CSA

ພວກເຮົາຂໍແຈ້ງມາຍັງທ່ານຊາບວ່າ ມີຕຳແໜ່ງວ່າງໃນຄະນະບໍລິຫານງານ SUN CSA 3 ຕໍາແໜ່ງສໍາລັບ CSO ລາວ ແລະ 3 ຕຳແໜ່ງສໍາລັບ INGO. ດັ່ງນັ້ນ, ຈຶ່ງຂໍເຊີນຊວນບັນດາອົງກອນສະມາຊິກ SUN CSA ລາວ ທັງຈາກ CSO ລາວ ແລະ ຈາກ INGO ສະເໜີຊື່ຜູ້ສະໝັກ.

ຄະນະບໍລິຫານງານແມ່ນມີສະມາຊິກທັງໝົດ 10 ທ່ານ ແລະ ຕ້ອງການໃຫ້ມີຄວາມດຸ່ນດ່ຽງລະຫວ່າງ ສະມາຊິກທີ່ມາຈາກອົງການຈັດຕັ້ງທາງສັງຄົມລາວ (CSOs ລາວ) ກັບ ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ (INGOs). ສະມາຊິກທີ່ດໍາລົງຕຳແໜ່ງໃນປັດຈຸບັນ ແມ່ນມາຈາກ CSO ລາວ 2 ທ່ານ ແລະ INGOs 4 ທ່ານ, ດັ່ງນັ້ນ ຈຶ່ງເປີດໃຫ້ສະມາຊິກ SUN CSA ລາວ ທີ່ມີເງື່ອນໄຂເໝາະສົມ ສະໝັກຕຳແໜ່ງວ່າງດັ່ງກ່າວ. ໜຶ່ງອົງກອນສາມາດສະເໜີຊື່ໄດ້ພຽງ 1 ທ່ານເທົ່ານັ້ນ.

ຄະນະບໍລິຫານງານແມ່ນມີຄວາມຮັບຜິດຊອບໃນການນຳພາຄຸ້ມຄອງເຄືອຂ່າຍ SUN CSA ແລະ ສະໜັບສະໜູນກອງເລຂາ ແລະ ສະມາຊິກຂອງເຄືອຂ່າຍ ກ້າວສູ່ເປົ້າໝາຍຂອງເຄືອຂ່າຍ.

ຜູ້ທີ່ໄດ້ຮັບການສະເໜີຊື່ ຄວນເປັນພະນັກງານທີ່ມີຄຸນນະວຸດ ຫຼື ເປັນພະນັກງານທີ່ມີປະສົບການດ້ານໂພຊະນາການ ທີ່ຈະສາມາດປະກອບຄຳຄິດເຫັນໃຫ້ແກ່ເຄືອຂ່າຍ, ສາມາດມອບໝາຍ/ຮັບປະກັນ ໃຫ້ອົງກອນຂອງຕົນດຳເນີນການກ່ຽວກັບວຽກງານຕ່າງໆໄດ້ ແລະ ມາສາດເປັນຕົວແທນຂອງອົງກອນຂອງຕົນ ແລະ ເຄືອຂ່າຍທີ່ກວ້າງຂວາງໄດ້.

ຂໍໃຫ້ທ່ານພິຈາລະນາເບິ່ງວ່າມີໃຜໃນອົງກອນຂອງທ່ານທີ່ມີເງື່ອນໄຂເໝາະສົມສຳລັບໜ້າທີ່ນີ້ ຫຼື ບໍ່. ຖ້າທ່ານມີຄຳຖາມໃດກໍຕາມ, ສາມາດຕິດຕໍ່ຫາກອງເລຂາໄດ້ສະເໜີ.

ໃນການສະໝັກ, ອົງກອນຂອງຜູ້ທີ່ຖືກສະເໜີຊື່ ຈະຕ້ອງໄດ້ສະໜອງຂໍ້ມູນດັ່ງຕໍ່ໄປນີ້:

  1. ຊື່:
  2. ຕຳແໜ່ງ / ອົງກອນ:
  3. ການເຫັນດີ/ອະນຸມັດຈາກຫົວໜ້າອົງກອນ (ຖ້າຫາກຜູ້ທີ່ຖືກສະເໜີຊື່ບໍ່ແມ່ນຫົວໜ້າອົງກອນເອງ). ໃນເວລາທີ່ທ່ານສົ່ງອີເມລ໌ຫາ SUN CSA ກະລຸນາສຳເນົາສົ່ງ (CC) ໃຫ້ກັບຫົວໜ້າອົງກອນທ່ານນຳພ້ອມ:
  4. ອະທິບາຍປະສົບການໃນການເຮັດວຽກຂອງທ່ານໂດຍຫຍໍ້ (4 ແຖວ, ຫຼື 1 ວັກ):
  5. ໂຄງການທີ່ກ່ຽວຂ້ອງກັບວຽກງານໂພຊະນາການທີ່ອົງກອນຂອງທ່ານຈັດຕັ້ງປະຕິບັດ:
  6. ອະທິບາຍວ່າ ທ່ານຈະສາມາດປະກອບສ່ວນເພື່ອສະໜັບສະໜູນ SUN CSA ໃຫ້ເປັນເຄືອຂ່າຍທີ່ມີຄວາມຫ້າວຫັນ ແລະ ບັນລຸເປົ້າໝາຍຍຸດທະສາດດ້ານໂພຊະນາການຮ່ວມກັນໄດ້ຄືແນວໃດ?

ກະລຸນາສົ່ງການສະເໜີຊື່ໄປຍັງກອງເລຂາ SUN CSA ໃຫ້ໄວທີ່ສຸດ, ພວກເຮົາຈະປິດຮັບລາຍຊື່ຜູ້ສະໝັກໃນເວລາ 5 ໂມງແລງ ຂອງວັນສຸກທີ 28 ກຸມພາ 2025. ທ່ານສາມາດສົ່ງລາຍຊື່ຜູ້ສະໝັກໄປທີ່ info@suncsalaos.org. 

ໃນພາລະບົດບາດຂອງການເປັນ MC ແມ່ນມີໜ້າທີ່ຮັບຜິດຊອບດັ່ງນີ້:

  1. ເຂົ້າຮ່ວມກອງປະຊຸມປະຈຳເດືອນຂອງ MC ເພື່ອປຶກສາຫາລື ແລະ ຮ່ວມກັນຕັດສິນໃຈຕໍ່ກັບວຽກງານຕ່າງໆ.  ກອງປະຊຸມຈະຈັດແບບອອນໄລນ໌ ແລະ ໃຊ້ເວລາ 2-3 ຊົ່ວໂມງຕໍ່ຄັ້ງ. ກອງປະຊຸມແບບຊ້ອງໜ້າຈະຈັດຂຶ້ນຢູ່ວຽງຈັນ ກໍ່ຕໍ່ເມື່ອສະພາບການເອື້ອອຳນວຍ. ຄ່າໃຊ້ຈ່າຍໃນການເຂົ້າຮ່ວມກອງປະຊຸມແມ່ນອົງກອນຂອງທ່ານຈະຕ້ອງເປັນຜູ້ຮັບຜິດຊອບເອງ;
  2. ນຳພາ ແລະ ປະກອບສ່ວນເຂົ້າໃນກິດຈະກຳຂອງ SUN CSA ເຊັ່ນ: ການຈັດລາຍການສົນທະນາອອນໄລນ໌, ການຝຶກອົບຮົມ ແລະ ກອງປະຊຸມຕ່າງໆ. MC ຈະຖືກມອບໝາຍໃຫ້ເປັນເຈົ້າພາບ ຢ່າງໜ້ອຍໜຶ່ງກິດຈະກຳໃນໜຶ່ງປີ ແລະ ເຂົ້າຮ່ວມໃນກິດຈະກຳອື່ນໆຢ່າງເປັນປົກກະຕິ.
  3. ເຮັດໜ້າທີເປັນກະບອກສຽງຂອງສະມາຊິກຢູ່ຂັ້ນແຂວງ ເພື່ອລາຍງານປະສົບການ ແລະ ຄວາມເປັນຈິງຂອງສະມາຊິກ ຕໍ່ລະດັບຊາດ ແລະ ລະດັບສາກົນ ຕາມຄວາມຈຳເປັນ; ເຜີຍແຜ່ວິໄສທັດ, ພາລະກິດ ແລະ ຈຸດປະສົງຂອງ SUN CSA ໃຫ້ແກ່ຄູ່ຮ່ວມງານທຸກພາກສ່ວນທີ່ກ່ຽວຂ້ອງ;
  4. ເປັນຜູ້ນຳພາ ແລະ ປະສານງານລະຫວ່າງສະມາຊິກ SUN CSA, ລວມໄປເຖິງການຕັດສິນໃຈດ້ານນະໂຍບາຍ ແລະ ຍຸດທະສາດໃນການສ້າງຕັ້ງ ແລະ ຄົງໄວ້ຊຶ່ງການເປັນເຄືອຂ່າຍ SUN CSA ລາວ, ທົບທວນຄືນ/ຮັບຮອງ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດແຜນວຽກປະຈຳປີຂອງກອງເລຂາ.
  5. ເຮັດວຽກຮ່ວມກັບຜູ້ຕາງໜ້າຈາກອົງການຈັດຕັ້ງທາງສັງຄົມ ເພື່ອກະກຽມເອກະສານແນວຄວາມຄິດ, ເອກະສານນະໂຍບາຍຕ່າງໆ, ຖະແຫຼງການຈຸດຢືນ, ການອະທິບາຍໂດຍຫຍໍ້, ການຕອບ, ເອກະສານດ້ານງົບປະມານ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງກັບເຄືອຂ່າຍ SUN CSA  ແລະ ກອງເລຂາ SUN ລະດັບໂລກ.
  6. ຕາງໜ້າ ເຄືອຂ່າຍ SUN CSA ເຂົ້າຮ່ວມກອງປະຊຸມ ຫຼື ໜ່ວຍງານຕ່າງໆ (ລະດັບຊາດ ແລະ ສາກົນ), ພ້ອມທັງແຈ້ງຂໍ້ສະເໜີແນະຈາກກອງປະຊຸມ ແລະ ໜ່ວຍງານທີ່ຕົນເຂົ້າຮ່ວມ ໃຫ້ແກ່ເຄືອຂ່າຍຂອງອົງການຈັດຕັ້ງທາງສັງຄົມຢ່າງກວ້າງຂວາງ.

ສຳລັບຂໍ້ມູນເພີ່ມເຕີມກະລຸນາເບິ່ງໃນເອກະສານຂໍ້ກໍານົດ (TOR) SUN CSA ທີ່ຕິດຄັດຕິດມາພ້ອມນີ້.

Loading...