ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກອງປະຊຸມປະສານງານວຽກງານໂພຊະນາການ SUN CSA.

ຂໍຂອບໃຈທຸກທ່ານທີ່ໄດ້ເຂົ້າຮ່ວມກອງປະຊຸມປະສານງານວຽກງານໂພຊະນາການ SUN CSA. ໃນວັນທີ 20 ພະຈິກ 2024 ມີພະນັກງານ 19 ທ່ານ ຈາກ16 ອົງກອນສະມາຊິກ ຮ່ວມແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳພາຍໃຕ້ໂຄງການໂພຊະນາການຂອງຕົນ, ຊຶ່ງເຫັນວ່າມີຄວາມຄືບໜ້າຫຼາຍຢ່າງ ແລະ ມັນໄດ້ຊ່ວຍໃຫ້ພວກເຮົາສາມາດວາງແຜນໃນການຮ່ວມມື, ປະສານງານ ແລະ ສະໜັບສະໜູນກັນໄດ້ດີຂຶ້ນ. ກອງເລຂາ ໄດ້ລາຍງານກ່ຽວກັບຜົນສຳເລັດທີ່ພົ້ນເດັ່ນຂອງເຄືອຂ່າຍ SUN CSA ເຊັ່ນ ຜົນສຳເລັດ ແລະ ກິດຈະກຳຮ່ວມໃນໄລຍະໄຕມາດທີ່ຜ່ານມາ, ໂອກາດສຳລັບອົງກອນສະມາຊິກ ແລະ ແຜນກິດຈະກຳຮ່ວມກັນຂອງເຄືອຂ່າຍໃນຕໍ່ໜ້າ. ຂໍຂອບໃຈມາຍັງອົງກອນສະມາຊິກທັງໝົດ ທີ່ໄດ້ສະຫຼະເວລາມາແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນໃນກອງປະຊຸມຄັ້ງນີ້. ເມື່ອພວກເຮົາຮ່ວມມືກັນ ພວກເຮົາຈະສາມາດປັບປຸງໂພຊະນາການໃນລາວໄດ້.

ຂໍສະແດງຄວາມຍິນດີກັບ ALiSEA ສໍາລັບຜົນສໍາເລັດຂອງກອງປະຊຸມໃຫຍ່ 2024!

ຂໍສະແດງຄວາມຍິນດີກັບ ALiSEA ສໍາລັບຜົນສໍາເລັດຂອງກອງປະຊຸມໃຫຍ່ 2024 ຊຶ່ງໄດ້ຈັດຂຶ້ນໃນວັນທີ 7 ພະຈິກ ທີ່ໂຮງແຮມດອນຈັນພາເລດ! ຄວາມຄືບໜ້າ ແລະ ຄວາມຄິດລິເລີ່ມທີ່ໄດ້ແບ່ງປັນໃນລະຫວ່າງກອງປະຊຸມ ແມ່ນໄດ້ສົ່ງຜົນກະທົບຢ່າງແທ້ຈິງຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຜ່ານການສົ່ງເສີມລະບົບນິເວດກະສິກໍາ SUN CSA ລາວ ມີຄວາມພາກພູມໃຈທີ່ຈະສືບຕໍ່ຮ່ວມມືກັບ ALiSEA ໃນການພັດທະນາການກະສິກຳແບບຍືນຍົງ, ການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ ເພື່ອສຸຂະພາບທີ່ດີ ແລະ ຄວາມຍືດຍຸ່ນໃນອະນາຄົດ.

Loading...