ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ ເຮັດການຄົ້ນຄ້ວາກ່ຽວກັບປະໂຫຍດທາງໂພຊະນາການ ແລະ ອິດທິພົນຂອງອາຫານທ່ຽງໃນໂຮງຮຽນ ຢູ່ ສປປ ລາວ

ວັນທີ 6 ກັນຍາ 2024, ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ (LaoTPHI) ໄດ້ແບ່ງປັນຜົນການຄົ້ນຄວ້າເບື່ອງຕົ້ນກ່ຽວກັບໂພຊະນາການອາຫານໃນໂຮງຮຽນຢູ່ ສປປ ລາວ. ການຄົ້ນຄວ້ານີ້ເປັນການສຶກທຳອິດກ່ຽວກັບຄຸນນະພາບ ແລະ ປະລິມານໂພຊະນາການໃນອາຫານທ່ຽງທີ່ກະກຽມໃຫ້ ນັກຮຽນຊັ້ນປະຖົມສຶກສາໃນລາວ, ເຊີ່ງທີມງານພົບວ່າ ອາຫານສ່ວນໃຫຍ່ແມ່ນ ໃຫ້ປະລິມານພະລັງງານ ແລະ ໄຂມັນໜ້ອຍກວ່າຄວາມເໝາະສົມ. ການຄົ້ນຄວ້ານີ້ນຳພາໂດຍ ທ່ານ ດຣ ສົມພອນ ຈາກ ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ (LaoTHPI) ຮ່ວມກັບ ອົງການບັນເທົາທຸກກາໂຕລິກ (CRS) ພາຍໃຕ້ໂຄງການ ການສ້າງຄວາມເຂັ້ມແຂງໃນການຄົ້ນຄວ້າດ້ານໂພຊະນາການ (ANRCB). ການເກັບກຳຂໍ້ມູນການຄົ້ນຄວ້າດັ່ງກ່າວ ແມ່ນສຳເລັດໃນເດືອນ ພຶດສະພາ 2024 ແລະ ຄາດວ່າຈະເຜີຍແຜ່ຜົນການຄົ້ນຄວ້າພາຍໃນປີ 2025.

ກອງປະຊຸຸມປະສານງານ ວຽກງານໂພຊະນາການ SUN CSA ໃນວັນທີ 18 ກັນຍາ 2024

ໃນວັນທີ 18 ກັນຍາ 2024, ມີພະນັກງານ 18 ທ່ານ ຈາກອົງກອນສະມາຊິກ 12 ອົງກອນ ຮ່ວມແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳພາຍໃຕ້ໂຄງການໂພຊະນາການຂອງຕົນ, ຊຶ່ງເຫັນວ່າມີຄວາມຄືບໜ້າຫຼາຍຢ່າງ ແລະ ມັນໄດ້ຊ່ວຍໃຫ້ພວກເຮົາສາມາດວາງແຜນໃນການຮ່ວມມື, ປະສານງານ ແລະ ສະໜັບສະໜູນກັນໄດ້ດີຂຶ້ນ. ກອງເລຂາ ໄດ້ລາຍງານກ່ຽວກັບຜົນສຳເລັດທີ່ພົ້ນເດັ່ນຂອງເຄືອຂ່າຍ SUN CSA ເຊັ່ນ: ຜົນສຳເລັດ ແລະ ກິດຈະກຳໃນໄລຍະ 3 ເດືອນທີ່ຜ່ານມາ ຂອງ SUN CSA,ໃນນັ້ນ ລວມມີກິດຈະກຳການລ້ຽງລູກດ້ວຍນ້ຳນົມແມ່, ກອງປະຊຸມການປ່ຽນແປງສະພາບດິນຟ້າອາກາດ ແລະ ໂພຊະນາການ, ກອງປະຊຸມແລກປ່ຽນການຄົ້ນຄວ້າວຽກງານສຸຂະພາບ ແລະ ໂພຊະນາການ ລວມທັງນໍາສະເໜີຂໍ້ມູນໃໝ່ໆເທິງເວັບໄຊທ໌ ຂອງພວກເຮົາ. ຂໍຂອບໃຈມາຍັງຜູ້ເຂົ້າຮ່ວມທຸກໆທ່ານ ສຳຫຼັບການຮ່ວມມື ແລະ ຄວາມມຸ້ງໝັ້ນໃນການປັບປຸງໂພຊະນາການໃນລາວ. ປະຊຸມຄັ້ງຕໍ່ໄປໃນ ເດືອນ ພະຈິກ 2024. ພວກເຮົາລໍຄອຍທີ່ຈະສະໜັບສະໜູນກິດຈະກຳດ້ານໂພຊະນາການຂອງອົງກອນທ່ານໃນອະນາຄົດ.

Loading...