ການລ້ຽງລູກດ້ວຍນໍ້ານົມແມ່ເພື່ອອະນາຄົດທີ່ຍືນຍົງ: ເຄື່ອງມືສ້າງສັນທີ່ເຊື່ອມໂຍງໂພຊະນາການ ແລະ ມາດຕະການກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດໃນລາວ.

ມາຮູ້ຈັກກັບເຄື່ອງມືທີ່ສ້າງສັນໂດຍ Alive & Thrive ທີ່ເຊື່ອມໂຍງໂພຊະນາການ ແລະ ມາດຕະການກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດໃນລາວ! ໃນນັ້ນ ລວມມີເຄື່ອງມື #GreenFeedingTool ແລະ #MothersMilkTool, ທີ່ສາມາດຊີ້ໃຫ້ເຫັນເຖິງບົດບາດສຳຄັນຂອງການລ້ຽງລູກດ້ວຍນໍ້ານົມແມ່ ໃນການຊ່ວຍຫຼຸດການປ່ອຍຄາບອນ ແລະ ຫຼຸດຜ່ອນການນຳໃຊ້ນໍ້າ ທີ່ຖືເປັນການປະກອບສ່ວນສ້າງສະພາບແວດລ້ອມທີ່ມີຄວາມຍືນຍົງ ແລະ ໃນຂະນະດຽວກັນ ກໍເປັນການສົ່ງເສີມສຸຂະພາບ ແລະ ແລະ ການດຳລົງຊີວິດແບບຍືນຍົງ. ມາຮວມກັນໃຊ້ປະໂຫຍດຈາກຄວາມຮູ້ນີ້ ເສີມສ້າງພະລັງໃຫ້ຊຸມຊົນ ແລະ ສ້າງອະນາຄົດທີ່ຍືນຍົງສຳລັບລູກຫຼານ ແລະ ໂລກຂອງເຮົາ. ຮຽນຮູ້ກ່ຽວກັບເຄື່ອງມືນີ້ໄດ້ເລີຍໃນຕອນນີ້ ແລ້ວມາຮ່ວມກັນສ້າງການປ່ຽນແປງ! ຮຽນຮູ້ເພີ່ມເຕີມຢ່າງລະອຽດໄດ້ທີ່: https://suncsalaos.org/…/alive-thrive-innovative-tools…/
ຍິນດີຕ້ອນຮັບ ພາເຂົ້າລາວ ເຂົ້າເປັນສະມາຊິກ SUN CSA ລາວ ຢ່າງເປັນທາງການ!

ພາເຂົ້າລາວ ຄືເວທີ ທີ່ເນັ້ນຄວາມເຖິງຄວາມສຳຄັນໃນການປົກປັກຮັກສາ ແລະ ສົ່ງເສີມຊີວະນາໆພັນກະສິກຳ ບັນດາພູມມິທັດທີ່ໃຫ້ຄຸນປະໂຫຍດທີ່ຫຼາກຫຼາຍໃນປະເທດລາວ. ສູນລວມຄວາມຮູ້, ຂໍ້ມູນ ແລະ ຂ່າວສານດ້ານຊີວະນາໆພັນກະສິກຳຂອງລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ຊຸມຊົນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງສຳລັບການນຳໃຊ້ຊັບພະຍາກອນເຫຼົ່ານີ້ຢ່າງຍືນຍົງ. ສາມາດຄົ້ນຫາຊະນິດພັນພືດ, ສັດ, ແລະ ເຫັດຫຼາຍກວ່າ 1400 ຊະນິດໃນຖານຂໍ້ມູນຊະນິດພັນ, ຄຽງຄູ່ກັບຂໍ້ມູນຂອງນັກຊີວະນາໆພັນກະສິກຳຕົວແບບໃນລາວ. ເວທີດັ່ງກ່າວເຜີຍແຜ່ຂໍ້ມູນຜ່ານຊ່ອງທາງສື່ສັງຄົມອອນໄລນເປັນປະຈໍາທຸກອາທິດໃນ Facebook ແລະ ຍັງມີຊ່ອງທາງ YouTube ທີ່ມີຫຼາຍກວ່າ 80 ວິດີໂອ. ນອກຈາກນັ້ນ, ເວັບໄຊດັ່ງກ່າວຍັງໄດ້ນຳສະເໜີຂ່າວສານຈາກປະເທດລາວ ແລະ ພາກພື້ນແມ່ນໍ້າຂອງທີ່ກ່ຽວຂ້ອງກັບຊີວະນາພັນກະສິກຳ ພວກເຮົາເຄືອຂ່າຍ SUN CSA ລາວ ມີຄວາມຍິນດີທີ່ໄດ້ຕ້ອນຮັບ ພາເຂົ້າລາວ ໃນນາມສະມາຊິກໃໝ່ ແລະ ມີຄວາມຕື່ນເຕັ້ນທີ່ຈະໄດ້ຮ່ວມມືກັນຜ່ານກິດຈະກຳຕ່າງໆໃນອະນາຄົດຕໍ່ໜ້າ.