ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ກອງປະຊຸມປະສານງານວຽກງານໂພຊະນາການ SUN CSA.

ກອງປະຊຸມປະສານງານວຽກງານໂພຊະນາການ SUN CSA.

ຂໍຂອບໃຈທຸກທ່ານທີ່ໄດ້ເຂົ້າຮ່ວມກອງປະຊຸມປະສານງານວຽກງານໂພຊະນາການ SUN CSA.

ໃນວັນທີ 20 ພະຈິກ 2024 ມີພະນັກງານ 19 ທ່ານ ຈາກ16 ອົງກອນສະມາຊິກ ຮ່ວມແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳພາຍໃຕ້ໂຄງການໂພຊະນາການຂອງຕົນ, ຊຶ່ງເຫັນວ່າມີຄວາມຄືບໜ້າຫຼາຍຢ່າງ ແລະ ມັນໄດ້ຊ່ວຍໃຫ້ພວກເຮົາສາມາດວາງແຜນໃນການຮ່ວມມື, ປະສານງານ ແລະ ສະໜັບສະໜູນກັນໄດ້ດີຂຶ້ນ. ກອງເລຂາ ໄດ້ລາຍງານກ່ຽວກັບຜົນສຳເລັດທີ່ພົ້ນເດັ່ນຂອງເຄືອຂ່າຍ SUN CSA ເຊັ່ນ ຜົນສຳເລັດ ແລະ ກິດຈະກຳຮ່ວມໃນໄລຍະໄຕມາດທີ່ຜ່ານມາ, ໂອກາດສຳລັບອົງກອນສະມາຊິກ ແລະ ແຜນກິດຈະກຳຮ່ວມກັນຂອງເຄືອຂ່າຍໃນຕໍ່ໜ້າ.

ຂໍຂອບໃຈມາຍັງອົງກອນສະມາຊິກທັງໝົດ ທີ່ໄດ້ສະຫຼະເວລາມາແລກປ່ຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນໃນກອງປະຊຸມຄັ້ງນີ້. ເມື່ອພວກເຮົາຮ່ວມມືກັນ ພວກເຮົາຈະສາມາດປັບປຸງໂພຊະນາການໃນລາວໄດ້.

ກອງປະຊຸມປະສານງານວຽກງານໂພຊະນາການ SUN CSA.

Loading...