ລາຍການສົນທະນາປະຈຳວັນສຸກຂອງ SUN CSA ທີ 3 ທັນວາ: ຄວາມຮັບຜິດຊອບຮ່ວມກັນລະຫວ່າງໂຮງໝໍນ້ອຍ ແລະ ຊຸມຊົນ ໃນການບໍລິການດ້ານສຸຂະພາບ

ມີພະນັກງານຫຼາຍກວ່າ 30 ທ່ານຈາກອົງກອນສະມາຊິກຂອງ SUN CSA ທີ່ເຂົ້າຮ່ວມຮັບຟັງການນຳສະເໜີ ແລະ ສົນທະນາໃນເວທີສົນທະນາອອນໄລນ໌ຂອງພວກເຮົາມື້ນີ້, ຂໍຂອບໃຈທຸກທ່ານ. ພວກເຮົາໄດ້ຮຽນຮູ້ກ່ຽວກັບວິທີການເຮັດວຽກຮ່ວມກັນລະຫວ່າງຊຸມຊົນ ແລະ ໂຮງໝໍນ້ອຍ ເພື່ອຮັບປະກັນໃຫ້ຕົວເລກຜູ້ມາໃຊ້ບໍລິການໃນໂຮງໝໍນ້ອຍເພີ່ມຂຶ້ນ. ການໃຫ້ຄະແນນ ຫຼື SCORECARD ແມ່ນເຄື່ອງມື ທີ່ໃຊ້ໃນການປະເມີນ ແລະ ວາງແຜນສຳລັບວຽກງານດັ່ງກ່າວ ຢູ່ໃນພື້ນທີ່ເປົ້າໝາຍຂອງໂຄງການ SCALING ພວກເຮົາຂໍສະແດງຄວາມຂອບໃຈມາຍັງ ທ່ານ ດຣ. ນາງ ນິດຖາພອນ ພ້ອມດ້ວຍທີມງານຂອງເພິ່ນ ຈາກພະແນກສາທາລະນະສຸກແຂວງຫຼວງພະບາງ ສຳລັບການນຳສະເໜີທີ່ເຕັມໄປດ້ວຍຂໍ້ມູນທີ່ເປັນປະໂຫຍດໃນມື້ນີ້, ພວກເຮົາໄດ້ຮຽນຮູ້ຫຼາຍສິ່ງຫຼາຢ່າງ! ຂໍຂອບໃຈທີມງານໂຄງການ SCALING ທຸກທ່ານ ຈາກ ChildFund Laos, Save the Children in Laos, Comité de coopération avec le Laos ແລະ @CARE International in Lao PDR ທີ່ມາແບ່ງປັນບົດຮຽນທີ່ດີໆກັບພວກເຮົາໃນມື້ນີ້. […]
ລາຍການສົນທະນາອອນລາຍປະຈຳວັນສຸກຂອງ SUN CSA ຂອງທີ 12 ພະຈິກ: ວຽກງານການສື່ສານເພື່ອປ່ຽນແປງພຶດຕິກຳ ແລະ ຄວາມຊີນເຄີຍຂອງສັງຄົມດ້ານໂພຊະນາການ ຢູ່ຂັ້້ນໂຮງຮຽນມັດທະຍົມຕອນຕົ້ນຂອງໂຄງການ SCALING

ຂອບໃຈທັງ 34 ທ່ານຈາກອົງກອນສະມາຊິກຂອງ SUN CSA ທີ່ເຂົ້າຮ່ວມ ແລະ ແລກປ່ຽນບົດຮຽນໃນລາຍການສົນທະນາອອນໄລນ໌ຂອງພວກເຮົາມື້ນີ້. ພວກເຮົາສ່ວນຫຼາຍແມ່ນຮູ້ຈັກກ່ຽວກັບ SBCC ເປັນ່ຢ່າງດີຢູ່ແລ້ວ, ແຕ່ມື້ນີ້ພວກເຮາມີໂອກາດໄດ້ມາຮຽນຮູ້ຫຼາຍຂື້ນຈາກໂຄງການ SCALING ທີ່ເພິ່ນໄດ້ນຳໃຊ້ຫຼາຍໆເຄື່ອງມື (ວຽກງານບົດບາດຍິງ-ຊາຍ, ແມ່ ແລະ ຄອບຄົວຕົວແບບ 1000 ວັນ, ອາສາສະໝັກບ້ານ ແລະ ອື່ນໆ). ພວກເຮົາໄດ້ຮຽນຮູ້ຫຼາຍຢ່າງຈາກການນຳສະເໜີ ແລະ ການສົນທະນາໃນມື້ນີ້. ຂໍຂອບໃຈເປັນພິເສດມາຍັງຜູ້ນຳສະເໜີຄົນເກັ່ງຂອງພວກເຮົາ, ທ່ານ ສົມໄໝ ອິນຕະວົງ ຈາກອົງການ CARE International in Lao PDR ແລະ ທີມງານໂຄງການ SCALING ທຸກທ່ານ ຈາກ ChildFund Laos, Save the Children in Laos, Comité de coopération avec le Laos ທີ່ມາແບ່ງປັນບົດຮຽນທີ່ດີໆກັບພວກເຮົາໃນມື້ນີ້. […]