ຂອບໃຈທັງ 34 ທ່ານຈາກອົງກອນສະມາຊິກຂອງ SUN CSA ທີ່ເຂົ້າຮ່ວມ ແລະ ແລກປ່ຽນບົດຮຽນໃນລາຍການສົນທະນາອອນໄລນ໌ຂອງພວກເຮົາມື້ນີ້. ພວກເຮົາສ່ວນຫຼາຍແມ່ນຮູ້ຈັກກ່ຽວກັບ SBCC ເປັນ່ຢ່າງດີຢູ່ແລ້ວ, ແຕ່ມື້ນີ້ພວກເຮາມີໂອກາດໄດ້ມາຮຽນຮູ້ຫຼາຍຂື້ນຈາກໂຄງການ SCALING ທີ່ເພິ່ນໄດ້ນຳໃຊ້ຫຼາຍໆເຄື່ອງມື (ວຽກງານບົດບາດຍິງ-ຊາຍ, ແມ່ ແລະ ຄອບຄົວຕົວແບບ 1000 ວັນ, ອາສາສະໝັກບ້ານ ແລະ ອື່ນໆ). ພວກເຮົາໄດ້ຮຽນຮູ້ຫຼາຍຢ່າງຈາກການນຳສະເໜີ ແລະ ການສົນທະນາໃນມື້ນີ້.
ຂໍຂອບໃຈເປັນພິເສດມາຍັງຜູ້ນຳສະເໜີຄົນເກັ່ງຂອງພວກເຮົາ, ທ່ານ ສົມໄໝ ອິນຕະວົງ ຈາກອົງການ CARE International in Lao PDR ແລະ ທີມງານໂຄງການ SCALING ທຸກທ່ານ ຈາກ ChildFund Laos, Save the Children in Laos, Comité de coopération avec le Laos ທີ່ມາແບ່ງປັນບົດຮຽນທີ່ດີໆກັບພວກເຮົາໃນມື້ນີ້.
ໂຄງການ SCALING ແມ່ນໄດ້ຮັບທຶນຈາກ European Union in Laos