ຄຳໝັ້ນສັນຍາ SUN CSA Laos N4G

ຂໍສະແດງຄວາມຊົມເຊີຍມາຍັງທຸກທ່ານໃນທົ່ວໂລກ ທີ່ໄດ້ໃຫ້ຄຳໝັ້ນສັນຍາໃນການປັງປຸງໂພຊະນາການໃນຊຸມປີຕໍ່ໜ້າ ຊຶ່ງເປັນສ່ວນໜຶ່ງຂອງກອງປະຊຸມສຸດຍອດໂພຊະນາການເພື່ອການຈະເລີນເຕີບໂຕ ໃນເດືອນທັນວາປີ 2021 ເພື່ອສ່ວນໜຶ່ງຂອງການລົນນະລົງກ່ຽວກັບໂພສະນາການເພື່ອການຈະເລີນເຕີບໂຕ, ອົງກອນສະມາຊິກ SUN CSA Laos ໄດ້ໃຫ້ຄຳໝັ້ນສັນຍາເພື່ອບັນລຸເປົ້າໝາຍດັ່ງລຸ່ມນີ້: ເປົ້າໝາຍທີ 1: SUN CSA ສະໜັບສະໜູນລັດຖະບານລາວໃນການເຜີຍແຜ່ ແລະ ສ້າງຄວາມຮັບຮູ້ເຂົ້າໃຈກ່ຽວກັບດຳລັດແຫ່ງຊາດວ່າດ້ວຍຜະລິດຕະພັນທົດແທນນໍ້ານົມແມ່ ຢູ່ໃນ 8 ແຂວງເປັນຢ່າງໜ້ອຍ. ເປົ້າໝາຍທີ 2: ບັນລຸໂພຊະນາການທີ່ດີຂຶ້ນໃນປະເທດລາວພາຍໃນປີ 2025 ໂດຍການສະໜັບສະໜູນລັດຖະບານເພື່ອບັນລຸເປົ້າໝາຍຂອງ NPAN 2021-2025, ໂດຍສະເພາະແມ່ນວຽກງານການສື່ສານເພື່ອການປ່ຽນແປງຂອງຊຸມຊົນ (SBCC), ການຢຸດຕິການຖ່າຍຊະຊາຍ (ODF) ແລະ ຄວາມສະເໝີພາບທາງເພດໃນດ້ານໂພຊະນາການ ຢູ່ບັນດາແຂວງເປົ້າໝາຍ. (ຂໍຂອບໃຈມາຍັງ ທ່ານ ນ. Chanthalangsy Sisouvanh ຈາກ Rural Development Agency RDA. ທີ່ໄດ້ຕາງໜ້າພວກເຮົາກ່າວຄຳໝັ້ນສັນຍາ). ມາຮ່ວມກັບພວກເຮົາ ເພື່ອເຮັດໃຫ້ປະເທດຂອງພວກເຮົາ ແລະ ໂລກຂອງພວກເຮົາ ເຕັມໄປດ້ວຍຜູ້ຄົນທີ່ມີສຸຂະພາບແຂງແຮງຂຶ້ນນັບມື້. ເປົ້າໝາຍຄຳໝັ້ນສັນຍາຂອງ SUN CSA ລາວ […]
ຄຳໝັ້ນສັນຍາຂອງ SUN CSA ລາວ ຕໍ່ກອງປະຊຸມສຸດຍອດໂພຊະນາການເພື່ອການຈະເລີນເຕີບໂຕ 2021 (Nutrition for Growth Summit)

ບັນດາຜູ້ນຳຈາກທົ່ວໂລກຈະເຂົ້າຮ່ວມກອງປະຊຸມສຸດຍອດໂພຊະນາການເພື່ອການຈະເລີນເຕີບໂຕ 2021. ກອງປະຊຸມສຸດຍອດຈະຈັດຂຶ້ນໃນວັນທີ 7-8 ທັນວາ 2021 ແລະ ເປັນເຈົ້າພາບໂດຍປະເທດຍີ່ປຸ່ນ. ທ່ານສາມາດຮັບຊົມການຖ່າຍທອດສົດກອງປະຊຸມສຸດຍອດດັ່ງກ່າວໄດ້ທາງ Youtube. ທ່ານສາມາດຕິດຕາມລິ້ງນີ້ ສຳລັບການຖ່າຍທອດສົດ ແລະ ລາຍລະອຽດຕ່າງໆ. SUN CSA ລາວໄດ້ໃຫ້ຄຳໝັ້ນສັນຍາຕໍ່ກອງປະຊຸມສຸດຍອດ ໃນການສະໜັບສະໜູນລັດຖະບານລາວເພື່ອປະຕິບັດແຜນຈັດຕັ້ງປະຕິບັດວຽກງານແຫ່ງຊາດດ້ານໂພຊະນາການ ປີ 2021-2025 (NPAN). ພວກເຮົາໃຫ້ຄຳໝັ້ນສັນຍາວ່າຈະປັບປຸງໂພຊະນາການໃນ ສປປ ລາວ ໂດຍສຸມໃສ່ບັນດາຂົງເຂດສຳຄັນດັ່ງນີ້: ສະໜັບສະໜູນການຈັດຕັ້ງປະຕິບັດດຳລັດແຫ່ງຊາດ ກ່ຽວກັບຜະລິດຕະພັນທົດແທນນໍ້ານົມແມ່ ຢູ່ໃນ 8 ແຂວງ. ເພີ່ມກິດຈະກຳດ້ານວຽກງານການສື່ສານເພື່ອການປ່ຽນແປງພຶດຕິກຳຂອງຊຸມຊົນ (SBCC) ຢູ່ໃນ 15 ແຂວງ. ສະໜັບສະໜູນການເຜີຍແຜ່ວຽກງານນໍ້າ, ສຸຂະອະນາໄມ ແລະ ສຸຂາພິບານ (WASH) ເພື່ອແນໃສ່ເປົ້າໝາຍການເປັນບ້ານ ແລະ ເມືອງປອດການຖ່າຍຊະຊາຍຢູ່ໃນ 10 ແຂວງ. ເພີ່ມຄວາມສະເໝີພາບທາງເພດດ້ານໂພຊະນາການ ໂດຍການສະໜັບສະໜູນການວາງແຜນທີ່ດີຂຶ້ນ ແລະ ຫຼຸດຜ່ອນອຸປະສັກຂອງຄວາມສະເໝີພາບທາງເພດ ໃນການບໍລິການ ແລະ ກິດຈະກຳດ້ານໂພຊະນາການ. ເປົ້າໝາຍຄຳໝັ້ນສັນຍາຂອງ SUN CSA […]