ກອງປະຊຸມເຜີຍແຜ່ ແຜນຈັດຕັ້ງປະຕິບັດວຽກງານແຫ່ງຊາດດ້ານໂພຊະນາການ ປີ 2021-2025 (NPAN).

ເຄຶອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ ຫຼື SUN CSA ຂໍສະແດງຄວາມຍິນດີກັບລັດຖະບານລາວ ທີ່ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ ແຜນຈັດຕັ້ງປະຕິບັດວຽກງານແຫ່ງຊາດດ້ານໂພຊະນາການ ປີ 2021-2025 (NPAN). ທຸກໆອົງກອນໃນເຄືອຂ່າຍ SUN CSA ມີຄວາມໝາຍໝັ້ນໃນການສະໜັບສະໜູນ ເພື່ອບັນລຸເປົ້າໝາຍຂອງ NPAN ໃນ 5 ປີຂ້າງໜ້າ. ພວກເຮົາຈະນຳໃຊ້ແນວທາງການຮ່ວມມືກັນຈາກຫຼາຍຂະແໜງການ ເພື່ອຈັດຕັ້ງປະຕິບັດໂຄງການເພື່ອສ້າງຜົນກະທົບໃນດ້ານດ້ານກະສິກຳ, ສາທາລະນະສຸກ, ການສຶກສາ ແລະ ຂະແໜງການອື່ນໆ. ຂໍໃຫ້ພວກເຮົາສືບຕໍ່ຮ່ວມມືກັນໃນການຊ່ວຍເຫຼືອປະຊາຊົນລາວ ໂດຍສະເພາະຜູ້ທີ່ຢູ່ໃນຊຸມຊົນທີ່ຢູ່ຫ່າງໄກຊອກຫຼີກ ແລະ ຢູ່ຊັນນະບົດ.
ລາຍການສົນທະນາອອນລາຍປະຈຳວັນສຸກຂອງ SUN CSA ຂອງທີ 29 ຕຸລາ: ໂພຊະນາການ, ສຸຂະອະນາໄມ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ບົດບາດ ຍິງ-ຊາຍ ຢູ່ຂັ້ນໂຮງຮຽນມັດທະຍົມຕອນຕົ້ນ ໂດຍຜ່ານວິທີການແບບ ການສຶກສາແບບເປັນກຸ່ມເພື່ອນສອນເພື່ອນ

ເປັນອີກໜຶ່ງຫົວຂໍ້ທີ່ມີການແລກປ່ຽນກັນຢ່າງຄຶກຄື້ນ ຢູ່ໃນລາຍການສົນທະນາອອນໄລນ໌ຂອງພວກເຮົາໃນມື້ນີ້, ຊຶ່ງມີພະນັກງານຈາກບັນດາອົງກອນສະມາຊິກຂອງ SUN CSA ຈຳນວນ 42 ທ່ານໄດ້ມາສົນທະນາ ແລະ ແລກປ່ຽນຮ່ວມກັນ. ພວກເຮົາໄດ້ຮຽນຮູ້ກ່ຽວກັບ ວິທີການປູກຈິດສໍານຶກ ແລະ ສ້າງຄວາມເຂົ້າໃຈກ່ຽວກັບ ໂພຊະນາການ, ສຸຂະອະນາໄມ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ບົດບາດ ຍິງ-ຊາຍ ຢູ່ຂັ້ນໂຮງຮຽນມັດທະຍົມຕອນຕົ້ນ ໂດຍຜ່ານວິທີການແບບ ການສຶກສາແບບເປັນກຸ່ມເພື່ອນສອນເພື່ອນ. ຂໍຂອບໃຈທຸກທ່ານທີ່ເຂົ້າຮ່ວມ ແລະ ແລກປ່ຽນໃນການການສົນທະນານຳພວກເຮົາໃນມື້ນີ້. ຂໍຂອບໃຈເປັນພິເສດມາຍັງຜູ້ນຳສະເໜີຄົນເກັ່ງຂອງພວກເຮົາ, ທ່ານ ສົມໄໝອິນຕະວົງ ຈາກອົງການ CARE International in Lao PDR ແລະ ທີມງານໂຄງການ SCALING ທຸກທ່ານ ຈາກ ChildFund Laos, Save the Children in Laos, Comité de coopération avec le Laos […]