ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ການຝຶກອົບຮົມກ່ຽວກັບວຽກງານສື່ສານເພື່ອໂພຊະນາການ ສຳລັບສະມາຊິກ SUN CSA ໃນວັນທີ 1 ເມສາ 2022, ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ແລະ ອອນໄລນ໌

ສະມາຊິກ SUN CSA ໄດ້ເຂົ້າຮ່ວມໃນການຝຶກອົບຮົມກ່ຽວກັບວຽກງານສື່ສານເພື່ອໂພຊະນາການ ໃນວັນທີ 1 ເມສາ. ມີຜູ້ເຂົ້າຮ່ວມແບບຊ້ອງໜ້າ 31 ທ່ານ ແລະ ອອນໄລນ໌ 25 ທ່ານ ຈາກຫຼາຍກວ່າ 15 ອົງກອນທີ່ເປັນ CSOs ແລະ ຫຼາຍກວ່າ 12 ອົງກອນທີ່ເປັນ INGOs.   ການຝຶກອົບຮົມໃນພາກເຊົ້າແມ່ນນຳພາໂດຍ ທ່ານ ນາງ ສຸພາວະດີ ທອງອ້ວນ, ຜູ້ປະສານງານວຽກງານຂໍ້ມູນຂ່າວສານຂອງອົງການ Plan International Laos. ຊຶ່ງໄດ້ເນັ້ນໃສ່ວິທີການກະກຽມ ແລະ ດຳເນີນການສຳພາດ ເພື່ອເຮັດກໍລະນີສຶກສາ, ການນຳໃຊ້ແບບຟອມຍິນຍອມ, ຮູບຖ່າຍທີ່ດີ, ແລະ ການພິຈາລະນາເຖິງຄວາມປອດໄພ ແລະ ສິດທິເດັກ.   ສ່ວນການຝຶກອົບຮົມໃນພາກບ່າຍແມ່ນນຳພາໂດຍ ທ່ານ ສຸເມດ ພອນປະເສີດ ແລະ ທ່ານ ບຸນ ພົມມີໄຊ ຈາກ Rural Development […]

ກອງປະຊຸມສາມັນປະຈຳປີຂອງ SUN CSA ລາວ, ວັນທີ 31 ມີນາ 2022, ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ແລະ ອອນໄລນ໌

ສະແດງຄວາມຊົມເຊີຍມາຍັງທຸກທ່ານທີ່ໄດ້ເຂົ້າຮ່ວມກອງປະຊຸມສາມັນປະຈຳປີຂອງ SUN CSA! ພວກເຮົາມີຜູ້ເຂົ້າຮ່ວມທັງໝົດ 41 ທ່ານ ທີ່ເຂົ້າຮ່ວມແບບຊ້ອງໜ້າ ແລະ 32 ທ່ານ ທີ່ເຂົ້າຮ່ວມອອນໄລນ໌ ທີ່ມາຈາກ 11 ແຂວງ ແລະ ມີຫຼາຍກວ່າ 35 ອົງກອນ ທີ່ໄດ້ຮ່ວມລາຍງານຜົນສຳເລັດໃນປີທີ່່ຜ່ານມາ ແລະ ວາງແຜນວຽກສຳລັບປີຕໍ່ໄປ. ພວກເຮົາໄດ້ຮັບກຽດຈາກ ດຣ. ເກດເກສອນ ພຣະສີສົມບັດ, ຮອງຫວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໃນການກ່າວເປີດກອງປະຊຸມໃນຄັ້ງນີ້ຮ່ວມກັບ ທ່ານ ນາງ ເຄ່ລີ້ ຄຳພູໄຊ ຈາກອົງການບັນເທົາທຸກກາໂຕລິກ ທີ່ເຂົ້າຮ່ວມກອງປະຊຸມສາມັນປະຈຳປີ ໃນນາມປະທານຄະນະບໍລິຫານງານ SUN CSA ເປັນປີສຸດທ້າຍ. ຂໍຂອບໃຈສຳລັບການອັບເດດວຽກງານຈາກທຸທ່ານ ຊຶ່ງປະກອບມີ ທ່ານ ທອງຈັນ ບຸບຜາວົງ ຈາກ armi.la; ທ່ານ ນາງ ປານຕາວັນ ແກ້ວບໍລິດ ຈາກ SNV; ທ່ານ ນາງ […]

Loading...