ກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ VII ແລະ ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ ປະຈຳປີ 2021

ຂໍສະແດງຄວາມຊົມເຊີຍມາຍັງລັດຖະບານລາວ ຕໍ່ຜົນສຳເລັດຂອງກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ 7 ທີ່ໄດ້ຈັດຂຶ້ນໃນວັນທີ 16 ກຸມພາ 2022! ກອງປະຊຸມດັ່ງກ່າວແມ່ນເປັນປະທານຮ່ວມໂດຍ ພະນະທ່ານ ປອ ກິແກ້ວ ໄຂຄໍາພິທູນ , ຮອງນາຍົກລັດຖະມົນແຫ່ງ ສປປ ລາວ, ປະທານຄະນະກາໍມະການແຫ່ງຊາດດາ້ນໂພຊະນາການ, ທ່ານ ນາງ ອິນາ ມາຊິອຸຍຣິໂອນີເຕ ເອກອັກຄະລັດຖະທດູ ສະຫະພາບເອີຣົບ ປະຈາໍ ສປປ ລາວ, ແລະ ດຣ. ເພຍ ເຣເບລໂລ ບຣິດໂຕ, ຕາງໜາ້ ອົງການຢູນີເຊັບ ປະຈຳ ສປປ ລາວ. ພາກລັດຖະບານໄດ້ລາຍງານຜົນສຳເລັດ, ດ້ານດີ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດວຽກງານຟພຊະນາການ ແລະ ແຜນປະຕິບັດງານ ໃນປີ 2021, ລວມເຖິງບຸລິມະສິດສຳລັບປີ 2022. ຄູ່ຮ່ວມງານຫຼາຍພກສ່ວນເຊັ່ນ: ບັນດາອົງການຈັດຕັ້ງມະຫາຊົນ, ພາກທຸລະກິດ, ມະຫາວິທະຍາໄລ ແລະ ຄູ່ຮ່ວມພັດທະນາ ໄດ້ປະກອບຄຳເຫັນກ່ຽວກັບຜົນສຳເລັດ […]
ກອງປະຊຸມໜ່ວຍງານສະໜັບສະໜູນວຽກງານວຽກງານໂພຊະນາການ SUN CSA ຄັ້ງທີ 1 ຂອງປີ 2022

ພະນັກງານ 24 ທ່ານ ຈາກ 17 ອົງກອນສະມາຊິກຂອງ SUN CSA ໄດ້ພົບປະກັນໃນກອງປະຊຸມໜ່ວຍງານສະໜັບສະໜູນວຽກໂພຊະນາການຂອງ SUN CSA ໃນວັນທີ 8 ກຸມພາ 2022 ຜ່ານລະບົບ ZOOM ເພື່ອທົບທວນຄືນຫົວຂໍ້ໂພຊະນາການທີ່ເປັນບູລິມະສິດ ສຳລັບໄລຍະທຳອິດຂອງປີ 2021-2025 – ທີ່ສຸມໃສ່ 1000 ວັນທໍາອິດຂອງຊີວິດ; BMS Code; ໂຄວິດ-1; ບົດບາດຍິງ-ຊາຍ ທີ່ກ່ຽວຂ້ອງກັບວຽກງານໂພຊະນາການ; ການມີສ່ວນຮ່ວມຄົນທີ່ຢູ່ໃນກຸ່ມສ່ຽງ ຊຶ່ງປະກອບມີຊົນເຜົ່າ, ຄົນພິການ, ຄົນທີ່ເປັນພະຍາດ, ລວມໄປເຖິງ HIV/AIDS; ແລະ ວຽກງານ (WASH) ແລະ ວຽກງານໂພຊະນາການ. ພວກເຮົາໄດ້ສຳເລັດກິດຈະກຳກ່ຽວກັບວຽກງານສະໜັບສະໜັບສະໜູນໃນໜຶ່ງປີຜ່ານມາຈຳນວນ 23 ກິດຈະກຳ. ສະມາຊິກກຸ່ມ AWG ຂອງ SUN CSA ຍັງໄດ້ແຈ້ງກ່ຽວກັບກິຈະກຳວຽກງານສະໜັບສະໜູນທີ່ກຳລັງຈັດຕັ້ງປະຕິບັດ ແລະ ກຳລັງຈະມີຂຶ້ນ, ພ້ອມດຽວກັນນັ້ນ ພວກເຮົາກໍໄດ້ຮ່ວມກັນຮ່າງແຜນກິດຈະກຳວຽກງານສະໜັບສະໜູນເບື້ອງຕົ້ນສຳລັບປີນີ້ ຊຶ່ງແຜນດັ່ງກ່າວຈະຖືກນຳສະເໜີ ແລະ […]