ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ເວທີສົນທະນາອອນໄລນ໌ປະຈຳວັນສຸກ ຫົວຂໍ້ ການສ້າງກຸ່ມທ້ອນເງິນແມ່ຍິງຂ້ານບ້ານ

ໃນວັນທີ 7 ກໍລະກົດ 2023 ເຄືອຂ່າຍ SUN CSA ໄດ້ຈັດກິດຈະກຳສົນທະນາອອນໄລນ໌ປະຈຳວັນສຸກ (Friday Hangout) ຕາມທີ່ເຄີຍຈັດຕັ້ງປະຕິບັດຜ່ານມາ. ໃນມື້ນີ້ ຫົວຂໍ້ຂອງການສົນທະນາແມ່ນ ‘ການສ້າງທ້ອນເງິນກຸ່ມແມ່ຍິງຂັ້ນບ້ານ’ ຈາກ ທ່ານ ນາງ ເພັດສະຫວັນ ຈັນທະວົງ ຈາກອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ. ການສົນທະນາແມ່ນເຕັມໄປດ້ວຍການແລກປ່ຽນຈາກຫຼາຍອົງກອນທີ່ເຂົ້າຮ່ວມເນື່ອງຈາກ ການທ້ອນເງິນແມ່ຍິງຂັ້ນບ້ານຖືເປັນຂົງເຂດວຽກງານກ່ຽວຂ້ອງກັບອົງການຈັດຕັ້ງທາງສັງຄົມຫຼາຍພາກສ່ວນ ແລະ ກໍ່ຍັງເປັນກິດຈະກຳທີ່ຖືກຊຸກຍູ້ເພື່ອໃຫ້ແມ່ຍິງຊາວບ້ານມີລາຍໄດ້ທີ່ໝັ້ນຄົງ ເຊິ່ງເຮັດໃຫ້ເກີດຄວາມເທົ່າທຽມດ້ານບົດບາດຍິງ-ຊາຍ ແລະ ຍັງເປັນການສ້າງລາຍໄດ້ເພື່ອສົ່ງເສີມການຄ້ຳປະກັນສະບຽງອາຫານທີ່ທາງເຄືອຂ່າຍ SUN CSA ກຳລັງດຳເນີນການໃນປະຈຸບັນອີກດ້ວຍ ຂອບໃຈຜູ້ເຂົ້າຮ່ວມຈາກອົງກອນສະມາຊິກທຸກທ່ານ ພ້ອມກັບຜູ້ນຳພາການສົນທະນາໃນມື້ນີ້, ພວກເຮົາຫວັງວ່າກິດຈະກຳດັ່ງກ່າວຈະເປັນຂົວຕໍ່ໃນການກະຈາຍຂໍ້ມູນ, ຄວາມຮູ້ ແລະ ແນວຄິດອັນໃໝ່ໃຫ້ກັບອົງກອນສະມາຊິກ SUN CSA ແບບນີ້ໄປຕະຫຼອດ

ກອງປະຊຸມຂອງອົງກອນທີ່ເຮັດວຽກດ້ານໂພຊະນາການ SUN CSA ຄັ້ງວັນທີ 17 ພຶດສະພາ 2023

ກອງປະຊຸມຂອງໜ່ວຍງານໂພຊະນາການ SUN CSA ໄດ້ສຳເລັດການລາຍງານກ່ຽວກັບວຽກໂພຊະນາການເປັນທີ່ຮຽບຮ້ອຍ. ໃນຕອນເຊົ້າ ວັນທີ 17 ພຶດສະພາ ມື້ນີ້ ພວກເຮົາໄດ້ດຳເນີນກອງປະຊຸມອັບເດດວຽກງານໂພຊະນາການໃນເຄືອຂ່າຍ SUN CSA ແບບອອນໄລນ໌ຜ່ານລະບົບຊູມ ໂດຍມີຜູ້ເຂົ້າຮ່ວມທັງໝົດ 16 ທ່ານ ຈາກອົງກອນສະມາຊິກ. ກອງປະຊຸມຄັ້ງນີ້ແມ່ນໄດ້ປຶກສາຫາລືກ່ຽວກັບ ແຜນການຮ່ວມມືກັນໃນການສະໜັບສະໜູນວຽກງານຄ້ຳປະກັນສະບຽງອາຫານ ທີ່ສືບເນື່ອງມາຈາກການປຶກສາຫາລືໃນໄລຍະກອງປະຊຸມເຜີຍແຜ່ຜົນການສຶກສາກ່ຽວກັບຜົນກະທົບຈາກອັດຕາເງິນເຟີ້ ຕໍ່ການຄໍ້າປະກັນດ້ານສະບຽງອາຫານຂອງຄົວເຮືອນໃນລາວ ໃນອາທິດທີ່ແລ້ວນີ້. ແຕ່ລະອົງການຍັງໄດ້ອັບເດດວຽກງານຂອງເຂົາເຈົ້າລວມທັງການວາງແຜນການເປີດຕົວ ວັດຈະນານຸກົມກ່ຽວກັບຄຳສັບໂພຊະນາການໂດຍ ອົງການ ຊີອາເອສ໌ ໃນເດືອນກໍລະກົດ. ພວກເຮົາຍັງໄດ້ມີການຕົກລົງກັນໃນການປະຕິບັດຕົວຈິງໃຫ້ອອກທີ່ດີທີ່ສຸດສໍາລັບການຕິດຕາມການເຕີບໂຕ, ແລະ ການເພີ່ມຂຶ້ນຂອງອັດຕາການຂາດສານອາຫານອີກນຳ. ນອກນັ້ນ ອົງກອນສະມາຊິກຍັງໄດ້ລາຍງານກ່ຽວກັບກິດຈະກຳ ການສົ່ງເສີມການຄ້ຳປະກັນສະບຽງອາຫານ ແລະ ວຽກງານໂພຊະນາການ ທີ່ຈັດຕັ້ງປະຕິບັດຜ່ານໂຄງການຂອງຕົນເອງ ໃຫ້ກັບອົງກອນອື່ນໆທີ່ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ໄດ້ຮັບຊາບ. ພວກເຮົາເຊື່ອວ່າການລາຍງານວຽກຂອງພວກທ່ານໃນກອງປະຊຸມຄັ້ງນີ້ ຈະຊ່ວຍສະໜັບສະໜູນວຽກການຄ້ຳປະກັນສະບຽງອາຫານໃນອະນາຄົດ. ຂອບໃຈທຸກທ່ານທີ່ໄດ້ສະຫຼະເວລາແບ່ງປັນບົດຮຽນໃຫ້ກັບຜູ້ເຂົ້າຮ່ວມຈາກອົງກອນສະມາຊິກທຸກທ່ານ, ພວກເຮົາຈະພົບກັນໃໝ່ໃນອີກສາມເດືອນຂ້າງໜ້າໃນເດືອນສິງຫາ ແລະ ພວກເຮົາລໍຄອຍທີ່ຈະສະໜັບສະໜູນກິດຈະກຳດ້ານໂພຊະນາການຂອງອົງກອນທ່ານໃນອະນາຄົດ

Loading...