ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ແນະນໍາສະມາຊິກໃຫມ່ທັງຫົກທ່ານຂອງຄະນະບໍລິຫານງານ SUN CSA

ພວກເຮົາມີຄວາມຍິນດີທີ່ຈະປະກາດກ່ຽວກັບສະມາຊິກຄະນະກໍາມະການຄຸ້ມຄອງSUN CSA (MC) ທັງໝົດ ຫົກທ່ານ. ການຄັດເລືອກຂແງແຕ່ລະທ່ານດັ່ງຕໍ່ໄປນີ້ໄດ້ຮັບການຢັ້ງຢືນຈາກສະມາຊິກທີ່ມີຢູ່ແລ້ວຂອງ SUN CSA MC: ສະມາຊິກໃໝ່ທີ່ໄດ້ຮັບການແຕ່ງຕັ້ງເຂົ້າໃນຄະນະບໍລິຫານງານ SUN CSA: ຜູ້ແທນອົງການຈັດຕັ້ງສັງຄົມລາວ: 1.      ທ່ານ ຄຳຜຸຍ ໄຊຍະລາດ, ອຳນວຍການສະມາຄົມ PAKA 2.      ທ່ານ ອຸ່ອີ ກິດຕິຄຸນ, ຄະນະບໍລິຫານ ສະມາຄົມ SAEDA 3.      ນາງ ພຸດທະກອນ ນໍພັນສີ, ຜູ້ອຳນວຍການຝ່າຍແຜນງານຂອງສະມາຄົມ CHIAs ຜູ້ແທນອົງການສາກົນ: 1.      ນາງ ສົມພອນ ອຸທໍາມະວົງ, ທີ່ປຶກສາດ້ານການພັດທະນາຄວາມສາມາດ ຈາກອົງການ Cord ລາວ 2.      ທ່ານ ກຸເບີ ອະທິກາຣິ, ທີ່ປຶກສາດ້ານລະບົບສຸຂະພາບ ຈາກອົງການຊ່ວຍເຫຼືອເດັກປະຈຳລາວ 3.      ທ່ານ ບຸນຍັງ ລັດຊະໝີ, ຜູ້ຈັດການໂຄງການອາວຸໂສ ແຜນງານສາທາລະນະສຸກ ແລະ ໂພຊະນາການ ຈາກອົງການແພລນສາກົນ ປະຈຳລາວ ສະມາຊິກທີ່ຢູ່ໃນຄະນະບໍລິຫານງານ SUN CSA ທີ່ດໍາລົງຕຳແໜ່ງຢູ່: 1.      ນາງ ເຄ່ລີ້ ຄຳພຸໄຊ, ຜູ້ຈັດການແຜນງານ ຈາກ CRS ລາວ,  ປະທານຮ່ວມ SUN CSA MC 2.      ນາງ ສຸດິສຸກ ອິນທະວິໄລ ຜູ້ອຳນວຍການ PFHA, ປະທານຮ່ວມ SUN CSA MC 3.      ທ່ານ ທອງຈັນ ບຸບຜາວົງ, ຜູ້ປະສານງານແຜນງານ ຈາກສະມາຄົມ ARMI, ສະມາຊິກ SUN CSA MC […]

ກອງປະຊຸມພາກພື້ນອາຊີຂອງ SUN CSN ປະຈຳປີ 2025

ກອງປະຊຸມພາກພື້ນອາຊີຂອງ SUN CSN ປະຈຳປີ 2025 ໄດ້ຈັດຂຶ້ນໃນນະຄອນໂຄລົມໂບ, ປະເທດສີລັງກາ, ລະຫວ່າງວັນທີ 17-21 ກຸມພາ, ໂດຍມີຜູ້ແທນຈາກ 19 ອົງການຈັດຕັ້ງທາງສັງຄົມ (CSAs) ເຂົ້າຮ່ວມເພື່ອຕໍ່ສູ້ກັບບັນຫາການຂາດສານອາຫານ ແລະ ສົ່ງເສີມໂພຊະນາການທີ່ຍືນຍົງ.Asian region of the Asian Sun 2025 ຈຸດເດັ່ນທີ່ສຳຄັນລວມມີການແບ່ງປັນຜົນສໍາເລັດ ແລະ ວິທີປະຕິບັດທີ່ດີທີ່ສຸດ, ການປະສານງານການສົ່ງເສີມສຳລັບກອງປະຊຸມໂພຊະນາການເພື່ອການຈະເລີນເຕີບໂຕ (N4G) ປີ 2025, ແລະ ການຝຶກອົບຮົມກ່ຽວກັບການບໍລິຫານຈັດການ ແລະ ການຊອກຫາຊັບພະຍາກອນ. ກອງປະຊຸມໄດ້ເນັ້ນໜັກເຖິງຄຸນຄ່າຫຼັກຂອງຄວາມຍຸດຕິທຳ, ການຮວມເອົາ, ແລະ ການຮ່ວມມື, ພ້ອມກັບການກໍານົດເປົ້າໝາຍຍຸດທະສາດທີ່ມຸ່ງໜັກໄປທີ່ການເສີມສ້າງລະບົບອົງການ, ການພັດທະນາຄວາມສາມາດຂອງສັງຄົມພົນລະເມືອງທ້ອງຖິ່ນ, ແລະ ການສ້າງເງື່ອນໄຂນະໂຍບາຍທີ່ເປັນການສະໜັບສະໜູນ. ຍຸດທະສາດການສົ່ງເສີມລວມມີການປະສານງານກັບອົງການລັດຖະບານ, ການພົບປະກັບຜູ້ຕັດສິນໃຈ, ການສະໜອງການຊ່ວຍເຫຼືອດ້ານວິຊາການ, ແລະ ການລະດົມຂະບວນການສາທາລະນະ. ບາດກ້າວຕໍ່ໄປລວມມີການປະເມີນຜົນກອງປະຊຸມພາກພື້ນ, ການລະດົມທຶນຮອນສຳລັບ N4G, ການຂຽນແຜນຍຸດທະສາດພາກພື້ນປີ 2026-2030, ແລະ ການສ້າງຕັ້ງຄະນະບໍລິຫານ. ຂອບໃຈຢ່າງສູງມາຍັງສະມາຊິກຄະນະບໍລິຫານຂອງ […]

Loading...