ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ກິດຈະກຳສົນທະນາອອນໄລນ໌ປະຈຳວັນສຸກ SUN CSA ຫົວຂໍ້ ໄຂ້ຍຸງລາຍ: ອາການ, ສາເຫດ, ການປ້ອງກັນ ແລະ ວິທີການໃໝ່ໃນການຫຼຸດຜ່ອນການສົ່ງເຊື້ອ ຄັ້ງວັນທີ 18​ ສິງຫາ 2023

ມີພະນັກງານເຖິງ 33 ທ່ານຈາກອົງກອນສະມາຊິກ SUN CSA ໄດ້ເຂົ້າຮ່ວມໃນການສົນທະນາອອນໄລນ໌ຫົວຂໍ້ ໄຂ້ຍຸງລາຍ: ອາການ, ສາເຫດ, ການປ້ອງກັນ ແລະ ວິທີການໃໝ່ໃນການຫຼຸດຜ່ອນການສົ່ງເຊື້ອ.    ໃນຕອນເຊົ້າວັນທີ 18 ສິງຫາ 2023, ດຣ. ພຸດມະນີ ທຳມະວົງ ຈາກອົງການຊ່ວຍເຫຼືອເດັກສາກົນປະຈຳລາວ ໄດ້ນຳພາການສົນທະນາໃນຫົວຂໍ້ກ່ຽວກັບໄຂ້ຍຸງລາຍ. ‼ໃນປະຈຸບັນ 🦟ພາຍາດໄຂ້ຍຸງລາຍແມ່ນເປັນປະເດັນທີ່ສຳຄັນ ແລະ ສັງຄົມໃຫ້ຄວາມສົນໃຈຫຼາຍ ເນື່ອງຈາກເປັນໄລຍະທີ່ມີມີອັດຕາຂອງຜູ້ຕິດເຊືຶ້ອ ແລະ ເສຍຊີວິດຈາກໄຂ້ຍຸງສູງ . ອົງກອນສະມາຊິກຂອງພວກເຮົາໄດ້ເຂົ້າຮ່ວມໃນການສົນທະນາຄັ້ງນີ້ ເພື່ອນຳເອົາບົດຮຽນດັ່ງກ່າວໄປເຜີຍແຜ່ ແລະ ນຳໃຊ້. ການນຳສະເໜີຈະມີຂໍ້ມູນທີ່ຫຼາກຫຼາຍ ລວມມີ ວົງຈອນຊີວິດ ແລະ ແຫຼ່ງເພາະພັນຂອງຍຸງລາຍ , ວິທີຫຼຽກລ້ຽງພະຍາດຍຸງລາຍ , ສື່ ແລະ ຊຸມຊົນຕ່າງໆໃນການເຂົ້າເຖິງໂຄງການ   ຂອບໃຈທຸກທ່ານທີ່ເຂົ້າຮ່ວມນຳກັນ ☺

ເວທີປຶກສາຫາລືຂອງ SUN ລາວ ຫົວຂໍ້ “ບ່ອນເຮັດວຽກທີ່ເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່”

“ການສະໜັບສະໜູນຢ່າງຮອບດ້ານແກ່ຜູ້ເປັນແມ່ ໃນການລ້ຽງລູກດ້ວຍນໍ້ານົມແມ່ ແມ່ນເປັນກຸນແຈສຳຄັນໃຫ້ເດັກມີສຸຂະພາບດີ ແລະ ຍັງຊ່ວຍເພີ່ມຂວັນກຳລັງໃຈ ແລະ ປະສິດທິພາບຂອງການເຮັດວຽກຢູ່ພາຍໃນອົງກອນນຳອີກ.” ນີ້ແມ່ນເນື້ອໃນໃຈຄວາມຫຼັກຈາກ ທ່ານ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນງານຂອງ SUN ລາວ ເພື່ອສົ່ງເສີມສະຖານທີ່ເຮັດວຽກຢູ່ໃນ ສປປ ລາວ ໃຫ້ມີຄວາມເປັນມິດກັບການລ້ຽງລູກດ້ວຍນໍ້ານົມແມ່, ຊຶ່ງເປັນ ໜຶ່ງໃນບັນດາກິດຈະກຳເພື່ອສະເຫຼີມສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນໍ້ານົມແມ່ປະຈຳປີ 2023. ໃນປີນີ້, ໄດ້ມີຜູ້ເຂົ້າຮ່ວມ 100 ກວ່າທ່ານ ຈາກຂະບວນການສົ່ງເສີມໂພຊະນາການ (SUN) ໃນລາວ, ຊຶ່ງປະກອບດ້ວຍລັດຖະບານ, ບັນດາອົງການຈັດຕັ້ງທາງສັງຄົມ, ພາກທຸລະກິດ, ພາກສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາອື່ນໆ ເຂົ້າຮ່ວມໃນພິທີສະເຫຼີມສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນໍ້ານົມແມ່ ພາຍໃຕ້ຫົວຂໍ້ “ສ້າງສະພາບແວດລ້ອມທີີ່ເອື້ອອຳນວຍໃນສະຖານທີີ່ເຮັດວຽກ ເພື່ອໃຫ້ການລ້ຽງລູກດ້ວຍນໍ້ານົມແມ່ເປັນໄປໄດ”. ໃນພິທີດັ່ງກ່າວໄດ້ເນັ້ນຍົກໃຫ້ເຫັນເຖິງຜົນປະໂຫຍດທີ່ບັນດາອົງກອນຕ່າງໆໄດ້ມີໃຫ້ພະນັກງານເພດຍິງ ເພື່ອສະ ໜັບສະໜູນໃຫ້ເຂົາເຈົ້າສາມາສືບຕໍ່ໃຫ້ນົມລູກພາຍຫຼັງທີ່ກັບຄືນໄປເຮັດວຽກປົກກະຕິ ໂດຍການຈັດສັນພື້ນທີ່ທີ່ສະອາດ ແລະ ປອດໄພ ໃຫ້ເຂົາເຈົ້າສາມາດປໍ້ານໍ້ານົມໄວ້ໃຫ້ລູກກິນ, ຈັດສັນສິ່ງອຳນວຍຄວາມສະດວກເພື່ອຊ່ວຍເບິ່ງແຍງລູກນ້ອຍຂອງເຂົາເຈົ້າຢູ່ບໍລິເວນໃກ້ກັບບ່ອນເຮັດວຽກ, ການອະນຸຍາດໃຫ້ແມ່ພັກເພື່ອໄປໃຫ້ນົມລູກ/ປໍ້ານໍ້ານົມໄວ້ໃຫ້ລູກ, ມີຊົ່ວໂມງເຮັດວຽກທີ່ສາມາດຍືດຍຸ່ນໄດ້ ຫຼື ມີການຈັດວາງໜ້າວຽກ, ການເພີ່ມໄລຍະພັກເກີດລູກ ແລະ ອື່ນໆ. “ໄດ້ມີຫຼັກຖານອ້າງອີງ ໃນ ສປປ […]

Loading...