ກອງປະຊຸມໜ່ວຍງານສະໜັບສະໜູນວຽກໂພຊະນາການຂອງ SUN CSA ຄັ້ງວັນທີ 23 ສິງຫາ 2023

ພະນັກງານ 22 ທ່ານ ຈາກ 15 ອົງກອນ ໄດ້ເຂົ້າຮ່ວມກອງປະຊຸມໜ່ວຍງານສະໜັບສະໜູນວຽກໂພຊະນາການຂອງ SUN CSA ໃນວັນທີ 23 ສິງຫາ 2023 ທີ່ຜ່ານມາ. ການປຶກສາຫາລືຄັ້ງນີ້ໄດ້ຈັດຂຶ້ນແບບອອນໄລນ໌, ເຊິ່ງອົງກອນສະມາຊິກໄດ້ຮ່ວມກັນທົບທວນຄືນກ່ຽວກັບ ການຈັດຕັ້ງປະຕິບັດວຽກສະໜັບສະໜູນໃນໄລຍະ 6 ເດືອນທີ່ຜ່ານມາ ແລະ ໄດ້ຮ່ວມກັນວາງແຜນວຽກຮ່ວມກັນສຳລັບ 6 ເດືອນຕໍ່ໜ້າ. ການສະໜັບສະໜູນວຽກງານການລ້ຽງລູກດ້ວຍນໍ້ານົມແມ່ ແລະ ປັບປຸງການຄໍ້າປະກັນດ້ານສະບຽງອາຫານ ຍັງຄົງເປັນຫົວຂໍ້ບູລິມະສິດຮ່ວມກັນຂອງເຄືອຂ່າຍ SUN CSA, ບັນດາອົງກອນສະມາຊິກໄດ້ຮ່ວມກັນແລກປ່ຽນ ແລະ ຮຽນຮູ້ກ່ຽວກັບວິທີການ ແລະ ການເຮັດວຽກເພື່ອສະໜັບສະໜູນວຽກງານດັ່ງກ່າວ ເພື່ອເປັນແນວທາງໃນການເຮັດວຽກສະໜັບສະໜູນຫົວຂໍ້ບຸລິມະສິດອື່ນໆ. ພວກເຮົາຈະມີການທົບທວນຄືນກ່ຽວກັບແຜນວຽກສະໜັບສະໜູນນີ້ຕື່ມ ໃນເດືອນກຸມພາ 2023. ຂອບໃຈສຳລັບການປະກອບສ່ວນຈາກທຸກທ່ານ.
ກອງປະຊຸມຂອງອົງກອນທີ່ເຮັດວຽກດ້ານໂພຊະນາການ SUN CSA ຄັ້ງວັນທີ 16 ສິງຫາ 2023

ສະມາຊິກ SUN CSA ໄດ້ອັບເດດກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການຂອງຕົນ ໃນກອງປະຊູມໜ່ວຍງານໂພຊະນາການຂອງ SUN CSA ໃນວັນທີ 16 ສິງຫາ 2023. ມີພະນັກງານຈາກອົງກອນສະມາຊິກເຂົ້າຮ່ວມທັງໝົດ 23 ທ່ານ ແລະ ໄດ້ມີການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງອົງກອນຕົນເອງ ໃນໄລຍະສາມເດືອນທີ່ຜ່ານມາ ລວມເຖິງແຜນການໃນຕໍ່ໜ້າ, ຊຶ່ງມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ສຳລັບການວາງແຜນປະສານງານ ແລະ ເຮັດວຽກຮ່ວມກັນຂອງສະມາຊິກໃນເຄືອຂ່າຍ. ກອງເລຂາເຄືອຂ່າຍ SUN CSA ໄດ້ລາຍງານກ່ຽວກັບກິດຈະກຳຮ່ວມຂອງເຄືອຂ່າຍ SUN CSA ທີ່ພົ້ນເດັ່ນ ເປັນຕົ້ນແມ່ນກິດຈະກຳສະເຫຼີມສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນໍ້ານົມແມ່ 2023 ແລະ ກິດຈະກຳສະໜັບສະໜູນ ວຽກງານບໍ່ຄໍ້າປະກັນດ້ານສະບຽງອາຫານ. ຂອບໃຈທຸກທ່ານທີ່ໄດ້ສະຫຼະເວລາເພື່ອແບ່ງປັນບົດຮຽນ ແລະ ປະສານສົມທົບວຽກງານຮ່ວມກັນ. ເມື່ອພວກເຮົາຮ່ວມມືກັນ ພວກເຮົາຈະສາມາດປັບປຸງໂພຊະນາການໃນລາວໄດ້. ພວກເຮົາຈະພົບກັນໃໝ່ໃນກອງປະຊຸມຄັ້ງຕໍ່ໄປໃນເດືອນສິງຫາ. ພວກເຮົາລໍຄອຍທີ່ຈະສະໜັບສະໜູນກິດຈະກຳດ້ານໂພຊະນາການຂອງອົງກອນທ່ານໃນອະນາຄົດ.