ກິດຈະກຳສົນທະນາອອນໄລນ໌ພາຍໃຕ້ຫົວຂໍ້ ຄວາມຄິດລິເລີ່ມການສ້່າງບ້ານໂພຊະນາການຕົວແບບ ຄັ້ງວັນທີ 28 ກໍລະກົດ 2023

ມີພະນັກງານຫຼາຍກວ່າ 28 ທ່ານທີ່ໄດ້ແລກປ່ຽກັນໃນເລື່ອງ ‘ຄວາມຄິດລິເລີ່ມການສ້່າງບ້ານໂພຊະນາການຕົວແບບ’ ໃນກິດຈະກຳສົນທະນາອອນໄລນ໌ທີ່ໄດ້ສຳເລັດໃນຕອນເຊົ້າມື້ນີ້. ທ່ານ ເຢັ້ງຈັ້ງ ຈື່ຢົ້້ງ ຈາກອົງການຄາຣິິຕັສ ລູກຊຳບວກ ໄດ້ມີໂອກາດນຳພາສົນທະນາໃນຫົວຂໍ້ເລື່ອງ ‘ຄວາມຄິດລິເລີ່ມການສ້່າງບ້ານໂພຊະນາການຕົວແບບ’ ເຊິ່ງ ເປັນວຽກງານປັບປຸງໂພຊະນາການໂດຍອີງໃສ່ແຜນຍຸດທະສາດຂອງລັດຖະບານ (NPAN 2021 – 2025) ເປັນຫຼັກ ເຊັ່ນ ເຊື່ອມໂຍງກັບແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ 2021-2025, ໂຄງການຮ່າງການຈັດຕັ້ງປະຕິບັດ ຂັ້ນຕອນ ແລະ ວິທີໃນການສ້າງບ້ານໂພຊະນາການຕົວແບບ, ເງື່ອນໄຂຄັດເລືອກການສ້າງບ້ານຕົວແບບ ແລະ ອື່ນໆ. ຂອບໃຈຜູ້ເຂົ້າຮ່ວມຈາກອົງກອນສະມາຊິກທຸກທ່ານ ພ້ອມກັບຜູ້ນຳພາການສົນທະນາໃນມື້ນີ້, ພວກເຮົາຫວັງວ່າກິດຈະກຳດັ່ງກ່າວຈະເປັນຂົວຕໍ່ໃນການກະຈາຍຂໍ້ມູນ, ຄວາມຮູ້ ແລະ ແນວຄິດອັນໃໝ່ໃຫ້ກັບອົງກອນສະມາຊິກ SUN CSA ແບບນີ້ໄປຕະຫຼອດ
ກິດຈະກຳສົນທະນາອອນໄລນ໌ໂດຍໂຄງການ CISAC-19 ຫົວຂໍ້ ການນຳໃຊ້ ລະບົບປະຍາປະດິດ (AI) ເຂົ້າໃນສະຖານທີ່ເຮັດວຽກ

ມິພະນັກງານເຖິງ 69 ທ່ານໄດ້ເຂົ້າຮ່ວມກິດຈະກຳສົນທະນາອອນໄລນ໌ ພາຍໃຕ້ຫົວຂໍ້ ການນຳໃຊ້ ລະບົບປະຍາປະດິດ (AI) ເຂົ້າໃນສະຖານທີ່ເຮັດວຽກ ໃນອາທິດວັນສຸກ 14 ກໍລະກົດ 2023 ທີ່ຜ່ານມາ. ໂດຍກິດຈະກຳດັ່ງກ່າວໄດ້ຖືກຈັດຂຶ້ນໂດຍທີມງານຈາກ LCCO, ໂຄງການ CISAC ແລະ ເຄືອຂ່າຍ SUN CSA ເຊິ່ງຫົວຂໍ້ກິດຈະກຳແມ່ນເປັນທີ່ໜ້າສົນໃຈ ແລະ ສາມາດຊ່ວຍໃຫ້ພະນັກງານພວກເຮົາໄດ້ຮູ້ຈັກນຳໃຊ້ເຕັກໂນໂລຊີ ເພື່ອໃຫ້ປະຢັດເວລາ ແລະ ໃຫ້ໝາກວຽກໄດ້ປະສິດຕິພາບຫຼາຍຂຶ້້ນ