ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ກິດຈະກຳສົນທະນາອອນໄລນ໌ປະຈຳວັນສຸກ SUN CSA ຫົວຂໍ້ ໄຂ້ຍຸງລາຍ: ອາການ, ສາເຫດ, ການປ້ອງກັນ ແລະ ວິທີການໃໝ່ໃນການຫຼຸດຜ່ອນການສົ່ງເຊື້ອ ຄັ້ງວັນທີ 18​ ສິງຫາ 2023

ກິດຈະກຳສົນທະນາອອນໄລນ໌ປະຈຳວັນສຸກ SUN CSA ຫົວຂໍ້ ໄຂ້ຍຸງລາຍ: ອາການ, ສາເຫດ, ການປ້ອງກັນ ແລະ ວິທີການໃໝ່ໃນການຫຼຸດຜ່ອນການສົ່ງເຊື້ອ ຄັ້ງວັນທີ 18​ ສິງຫາ 2023

ມີພະນັກງານເຖິງ 33 ທ່ານຈາກອົງກອນສະມາຊິກ SUN CSA ໄດ້ເຂົ້າຮ່ວມໃນການສົນທະນາອອນໄລນ໌ຫົວຂໍ້ ໄຂ້ຍຸງລາຍ: ອາການ, ສາເຫດ, ການປ້ອງກັນ ແລະ ວິທີການໃໝ່ໃນການຫຼຸດຜ່ອນການສົ່ງເຊື້ອ. 

 

ໃນຕອນເຊົ້າວັນທີ 18 ສິງຫາ 2023, ດຣ. ພຸດມະນີ ທຳມະວົງ ຈາກອົງການຊ່ວຍເຫຼືອເດັກສາກົນປະຈຳລາວ ໄດ້ນຳພາການສົນທະນາໃນຫົວຂໍ້ກ່ຽວກັບໄຂ້ຍຸງລາຍ. ‼ໃນປະຈຸບັນ 🦟ພາຍາດໄຂ້ຍຸງລາຍແມ່ນເປັນປະເດັນທີ່ສຳຄັນ ແລະ ສັງຄົມໃຫ້ຄວາມສົນໃຈຫຼາຍ ເນື່ອງຈາກເປັນໄລຍະທີ່ມີມີອັດຕາຂອງຜູ້ຕິດເຊືຶ້ອ ແລະ ເສຍຊີວິດຈາກໄຂ້ຍຸງສູງ . ອົງກອນສະມາຊິກຂອງພວກເຮົາໄດ້ເຂົ້າຮ່ວມໃນການສົນທະນາຄັ້ງນີ້ ເພື່ອນຳເອົາບົດຮຽນດັ່ງກ່າວໄປເຜີຍແຜ່ ແລະ ນຳໃຊ້. ການນຳສະເໜີຈະມີຂໍ້ມູນທີ່ຫຼາກຫຼາຍ ລວມມີ ວົງຈອນຊີວິດ ແລະ ແຫຼ່ງເພາະພັນຂອງຍຸງລາຍ , ວິທີຫຼຽກລ້ຽງພະຍາດຍຸງລາຍ , ສື່ ແລະ ຊຸມຊົນຕ່າງໆໃນການເຂົ້າເຖິງໂຄງການ

 

ຂອບໃຈທຸກທ່ານທີ່ເຂົ້າຮ່ວມນຳກັນ ☺

Loading...