ກອງປະຊຸມວຽກງານສະໜັບສະໜູນ SUN CSA ຄັ້ງວັນທີ 28 ກຸມພາ 2024

ຄະນະເຮັດວຽກສະໜັບສະໜູນ SUN CSA ໄດ້ປຶກສາຫາລື ແລະ ວາງແຜນການດໍາເນີນວຽກສະໜັບສະໜູນ SUN CSA ສໍາລັບປີ 2024! ພະນັກງານ 16 ທ່ານຈາກ 13 ອົງການຈັດຕັ້ງສະມາຊິກ ໄດ້ເຂົ້າຮ່ວມກອງປະຊຸມຄະນະເຮັດວຽກສະໜັບສະໜູນ SUN CSA ໃນວັນທີ 28 ກຸມພາ 2024 ທາງອອນໄລນ໌ ຜ່ານລະບົບຊູມ ແລະ ແບບເຊິ່ງໜ້າທີ່ຫ້ອງການແພລນ ນະຄອນຫຼວງວຽງຈັນ. ໃນໄລຍະປີ 2023, ໂດຍການຮ່ວມກັນໃນເຄືອຂ່າຍ, ພວກເຮົາໄດ້ດໍາເນີນ 30 ກິດຈະກໍາການສະໜັບສະໜູນ ແລະ ສ້າງຄວາມຄືບ ໜ້າຮ່ວມກັນ ກ່ຽວກັບວຽກງານ 1000 ວັນທໍາອິດຂອງຊີວິດ, ການລ້ຽງລູກດ້ວຍນົມແມ່ຢູ່ບ່ອນເຮັດວຽກ. ແລະ ການຄຳ້ປະກັນດ້ານສະບຽງອາຫານ. ໃນກອງປະຊຸມ, ສະມາຊິກຂອງພວກເຮົາໄດ້ແບ່ງປັນກ່ຽວກັບ ການປະຕິບັດວຽກງານສະໜັບສະໜູນໂດຍຜ່ານໂຄງການຂອງຕົນ ໃນໄລຍະທີ່ຜ່ານມາ ແລະ ໃນອະນາຄົດ. ພວກເຮົາໄດ້ປຶກສາຫາລື ແລະ ຕົກລົງເຫັນດີກ່ຽວກັບຫົວຂໍ້ ສະໜັບສະໜູນບູລິມະສິດສໍາລັບປີ 2024, ພ້ອມກັບວາງແຜນກິດຈະກຳການສະໜັບສະໜູນສຳລບແຕ່ລະຫົວຂໍ້. ຜົນຂອງການປຶກສາຫາລືເຫຼົ່ານີ້ […]
ກອງປະຊຸມຂອງອົງກອນທີ່ເຮັດວຽກດ້ານໂພຊະນາການ SUN CSA ຄັ້ງວັນທີ 21 ກຸມພາ 2024

ສະມາຊິກ SUN CSA ໄດ້ອັບເດດກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການຂອງຕົນ ໃນກອງປະຊູມໜ່ວຍງານໂພຊະນາການຂອງ SUN CSA ໃນວັນທີ 21 ກຸມພາ 2024. ສະມາຊິກ SUN CSA 22 ທ່ານຈາກ 16 ອົງກອນ ໄດ້ເຂົ້າຮ່ວມ ແລະ ລາຍງານກ່ຽວກັບວຽກງານພາຍໃຕ້ໂຄງການໂພຊະນາການຂອງຕົນ ໃນກອງປະຊຸມປະສານງານວຽກງານໂພຊະນາການ ທີ່ໄດ້ຈັດຂັ້ນໃນວັນທີ 21 ກຸມພາ 2024, ອອນໄລນ໌ຜ່ານລະບົບຊູມ. ພາຍໃຕ້ວຽກງານສະໜັບສະໜູນຮ່ວມພາຍໃຕ້ຫົວຂໍ້ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ ແລະ ການຄໍ້າປະກັນດ້ານສະບຽງອາຫານ, ເຫັນວ່າມີຄວາມຄືບໜ້າໃນຫຼາຍດ້ານ ຊຶ່ງໄດ້ປະກອບສ່ວນເຂົ້າໃນວຽກງານການປັບປຸງໂພຊະນາການໂດຍລວມ. ໂຄງການທີ່ສະມາຊິກຂອງພວກເຮົາຈັດຕັ້ງປະຕິບັດຢູ່ແມ່ນຄອບຄຸມເອົາຫຼາຍຂະແໜງການເຊັ່ນ: WASH, ບົດບາດຍິງ-ຊາຍ, ກະສິກຳ, ການດຳລົງຊີວິດ ແລະ ອື່ນໆ, ຊຶ່ງມີສ່ວນສະໜັບສະໜູນຕົວຊີ້ວັດດ້ານໂພຊະນາການໃນ NPAN 2021-2025. ມີໂຄງການກະສິກຳທີ່ເປັນມິດກັບການປ່ຽນແປງສະພາບດິນຟ້າອາກາດໃໝ່ໆຫຼາຍໂຄງການ ທີ່ກຳລັງດຳເນີນຢູ່ໃນຫຼາຍເມືອງ ແລະ ຍັງມີອີກຫຼາຍໂຄງການທີ່ກຳລັງຈະເລີ່ມຈັດຕັ້ງປະຕິບັດໃນມໍ່ໆນີ້. ທ່ານສາມາດຮັບຟັງບັນທຶກກອງປະຊຸມ ແລະ ເບິ່ງບົກນຳສະເໜີໄດ້ທີ່ເວັບໄຊທ໌ SUN CSA. 🙏ຂອບໃຈທຸກທ່ານທີ່ໄດ້ສະຫຼະເວລາເພື່ອລາຍງານວຽກໂພຊະນາການຂອງທ່ານ ແລະ ປະສານສົມທົບວຽກງານຮ່ວມກັນ. […]