ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ເວທີສົນທະນາອອນໄລນ໌ປະຈຳວັນສຸກ ຫົວຂໍ້: ສື່ສິ່ງພິມໃໝ່ ກ່ຽວກັບກົດໝາຍຄຸ້ມຄອງນົມຝຸ່ນສຳລັບເດັກ ເພື່ອໃຊ້ໃນຮ້ານຄ້າ ແລະ ຊຸມຊົນ – ຄັ້ງວັນທີ 16 ກຸມພາ 2024

ຂໍຂອບໃຈຜູ້ນໍາພາສົນທະນາ ແລະ ຜູ້ເຂົ້າຮ່ວມທັງໝົດ 27  ທ່ານ ຈາກ 20 ອົງກອນສະມາຊິກຂອງ SUN CSA ທີ່ໄດ້ເຂົ້າມາຮຽນຮູ້ ແລະ ແລກປ່ຽນ ໃນຫົວຂໍ້: “ສື່ສິ່ງພິມໃໝ່ ກ່ຽວກັບກົດໝາຍຄຸ້ມຄອງນົມຝຸ່ນສຳລັບເດັກ ເພື່ອໃຊ້ໃນຮ້ານຄ້າ ແລະ ຊຸມຊົນ” ຜ່ານເວທີສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA ໃນວັນທີ 16 ກຸມພາ 2024. ທ່ານ ນາງ ເພັດສະຫວັນ ຈັນທະວົງ, ຫົວໜ້າແຜນງານດ້ານສຸຂະພາບ ອົງການແຄຣ໌ ນານາຊາດ ປະຈຳ ສປປ ລາວ  ໄດ້ນໍາສະເໜີກ່ຽວກັບ ຂໍ້ຄວາມສໍາຄັນ ແລະ ສື່ສິ່ງພິມ ທີ່ສະແດງໃຫ້ເຫັນເຖິງການລະເມີດດຳລັດວ່າດ້ວຍ ຜະລິດຕະພັນ ແລະ ອຸປະກອນ ກ່ຽວກັບອາຫານ ສຳລັບເດັກອ່ອນ ແລະ ເດັກນ້ອຍ (BMS) ເພື່ອໃຊ້ສຳລັບຜູ້ຜະລິດ, ຜູ້ຈໍາໜ່າຍ, ຮ້ານຄ້າຍ່ອຍ, ສະຖານທີ່ບໍລິການດ້ານສຸຂະພາບ ແລະ ຊຸມຊົນ […]

ເວທີສົນທະນາອອນໄລນ໌ປະຈຳວັນສຸກ ຫົວຂໍ້: ເຊື່ອມສານບົດບາດຍິງ-ຊາຍເຂົ້າໃນວຽກງານໂພຊະນາການ ໂດຍນໍາໃຊ້ເຄື່ອງມື GALS – ຄັ້ງວັນທີ 19 ມັງກອນ 2024

ຂໍຂອບໃຈຜູ້ນໍາພາສົນທະນາ ແລະ ຜູ້ເຂົ້າຮ່ວມທັງໝົດ 42  ທ່ານ ຈາກ 21 ອົງກອນສະມາຊິກຂອງ SUN CSA ທີ່ໄດ້ເຂົ້າມາຮຽນຮູ້ ແລະ ແລກປ່ຽນ ໃນຫົວຂໍ້:  “ເຊື່ອມສານບົດບາດຍິງ-ຊາຍເຂົ້າໃນວຽກງານໂພຊະນາການ ໂດຍນໍາໃຊ້ເຄື່ອງມື GALS” ຜ່ານເວທີສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA ໃນວັນທີ 19 ມັງກອນ 2024). ທ່ານ ນາງ ວັນສີ ແສນຍາວົງ, ອຳນວຍການສະມາຄົມແມ່ຍິງຮ່ວມໃຈພັດທະນາ (MHP)  ໄດ້ແລກປ່ຽນບົດຮຽນກ່ຽວກັບວິທີການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນການຈັດຕັ້ງປະຕິບັດວຽກງານໂພຊະນາການພາຍໃຕ້ຫຼາຍໂຄງການຂອງສະມາຄົມຢ່າງມີປະສິດທິພາບ ໂດຍການນໍາໃຊ້ເຄື່ອງມື GALS. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບເປົ້າໝາຍ ແລະ ຜົນໄດ້ຮັບທີ່ສຳຄັນ ຂອງການນຳໃຊ້ເຄື່ອງມື GALS. ຜູ້ເຂົ້າຮ່ວມໃຫ້ຄວາມສົນໃຈໃນການຮຽນຮູ້ກ່ຽວກັບຫົວຂໍ້ນີ້ຫຼາຍ.  ທ່ານສາມາດຮຽນຮູ້ຈາກວີດີໂອບັນທຶກຍ້ອນຫຼັງ ແລະ ບົດນຳສະເໜີໄດ້ທີນີ້.

Loading...