ກອງປະຊຸມດ້ານໂພຊະນາການແຫ່ງຊາດຄັ້ງທີ 9 – ວັນທີ 6 ມີນາ 2024

ຂໍສະແດງຄວາມຊົມເຊີຍມາຍັງລັດຖະບານລາວ ແລະ ຄູ່ຮ່ວມງານທຸກພາກສ່ວນ ຕໍ່ກັບຜົນສຳເລັດຕະຫຼອດປີທີ່ຜ່ານມາ. ກອງປະຊຸມດ້ານໂພຊະນາການແຫ່ງຊາດຄັ້ງທີ 9 (ວັນທີ 6 ມີນາ 2024) ໄດ້ເນັ້ນຢໍ້າໃຫ້ເຫັນເຖິງຜົນກະທົບຫຼາຍປະການຮ່ວມກັນຂອງພວກເຮົາ ແລະ ຄວາມພະຍາຍາມຢ່າງຕໍ່ເນື່ອງຂອງພວກເຮົາສຳລັບປີໜ້າ. ພວກເຮົາຂໍຂອບໃຈ ທ່ານ ແອນໂທນີ້ ແກລນວີລ໌ ຈາກອົງການແຄຣ໌ນານາຊາດ ປະຈຳລາວ ທີ່ໄດ້ກ່າວຕໍ່ກອງປະຊຸມໃນນາມ SUN CSA ລາວ, ຕະຫຼອດເຖິງຄວາມພະຍາຍາມຂອງແຂວງຫົວພັນ, ຊຽງຂວາງ ແລະ ວຽງຈັນ ໃນການຜັນຂະຫຍາຍແນວທາງກ່ຽວກັບບ້ານໂພຊະນການຕົວແບບ ໂດຍການສະໜັບສະໜູນຈາກອົງກອນສະມາຊິກຂອງພວກເຮົາໄດ້ແກ່ Caritas, ARMI, GDA, SAEDA ແລະ CASE. ໂດຍຮ່ວມກັນ ພວກເຮົາຈະສາມາດປັບປຸງໂພຊະນາການ ແລະ ພັດທະນາບັນດາຄອບຄົວໃນລາວໄດ້.
ກອງປະຊຸມເຜີຍແຜ່ຜົນການຄົົ້ນຄວ້າດ້ານໂພຊະນາການແຫ່ງຊາດ ປະຈໍາປີຄັ້ງທີ 5 – ວັນທີ 5 ມີນາ 2024.

ຂໍຂອບໃຈມາຍັງການນຳສະເໜີທັງໝົດ ໃນກອງປະຊຸມເຜີຍແຜ່ຜົນການຄົົ້ນຄວ້າດ້ານໂພຊະນາການແຫ່ງຊາດ ປະຈໍາປີຄັ້ງທີ 5. ພວກເຮົາມີຄວາມພາກພູມໃຈທີ່ມີ 2 ອົງກອນສະມາຊິກ SUN CSA ຂອງພວກເຮົາ (SNV ແລະ CRS) ໄດ້ນຳສະເໜີຜົນການຄົ້ນຄວ້າໃນກອງປະຊຸມຄັ້ງນີ້. ສະແດງຄວາມຊົມເຊີຍມາຍັງ ທ່ານ ນາງ ບົວວັນ ມະນີຈັນ ຈາກອົງການ SNV ທ່ໄດ້ນຳສະເໜີຜົນການຄົ້ນຄວ້າກ່ຽວກັບ “ການບໍລິໂພກອາຫານກິນຫຼິ້ນທີ່ບໍ່ດີຕໍ່ສຸຂະພາບ ຂອງເດັກອາຍຸຕໍ່າກວ່າ 2 ປີ ຢູ່ເມືອງຊຽງຄໍ້ ແລະ ເມືອງງາ”. ນີ້ເປັນຫົວຂໍ້ຄົ້ນຄວ້າທີ່ສຳຄັນຫຼາຍ, ຊຶ່ງພົບວ່າມີ 87% ຂອງເດັກອາຍຸຕໍ້າກວ່າ 2 ປີ ມີການບໍລິໂພກອາຫານກິນຫຼິ້ນທີ່ບໍ່ດີຕໍ່ສຸຂະພາບ ໃນໄລຍະ 7 ມື້ທີ່ຜ່ານມາ. ພວກເຮົາມາຮ່ວມກັນເຮັດວຽກເພື່ອປັບປຸງໂພຊະນາການໃນປະເທດລາວ. ພ້ອມດຽວກັນນີ້, ກໍຂໍສະແດງຄວາມຊົມເຊີຍມາຍັງໂຄງການ ANRCB ຂອງອົງການ CRS ທີ່ໄດ້ສະໜັບສະໜູນການຄົ້ນຄວ້າ ແລະ ມີການນຳສະເໜີຕໍ່ທີ່ປະຊູມໂດຍ ທ່ານ ດຣ. ນາງ ສຸກສະໝອນ ທອງມີໄຊ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ໃນຫົວຂໍ້ […]