ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

SUN CSA ລາວ ສະເຫຼີມສະຫຼອງຄົບຮອບ 10 ປີ ໃນການເຮັດວຽກປັບປຸງໂພຊະນາການ

ໃນປີ 2024, ອົງກອນສະມາຊິກ SUN CSA ລາວ 77 ອົງກອນ ສະເຫຼີມສະຫຼອງຄົບຮອບ 10 ປີ ການເຮັດວຽກຮ່ວມກັນໃນນາມເຄືອຂ່າຍເພື່ອປັບປຸງໂພຊະນາການໃນລາວ! ເຄືອຂ່າຍ SUN CSA ມີຄວາມເຂັ້ມແຂງເນື່ອງຈາກສະມາຊິກທັງຫມົດມີສ່ວນຮ່ວມ, ແບ່ງປັນ ແລະ ຮ່ວມມືກັນດ້ານທັກສະ, ຄວາມຮູ້ ແລະ ຊັບພະຍາກອນ ດ້ານໂພຊະນາການຂອງຕົນ. ຕະຫຼອດໄລຍະທົດສະວັດທີ່ຜ່ານມາ, ບັນດາອົງການຈັດຕັ້ງທາງສັງຄົມ ທັງລາວ ແລະ ສາກົນ ໄດ້ຮວມຕົວກັນ ແລະ ສ້າງເຄືອຂ່າຍທີ່ເຂັ້ມແຂງທີ່ສຸດເຄືອຂ່າຍໜຶ່ງຂອງປະເທດ ສຳລັບການປະສານງານ, ການສະໜັບສະໜູນ, ການແບ່ງປັນການຮຽນຮູ້, ການຄົ້ນຄວ້າ ແລະ ການປັບປຸງໂພຊະນາການ. ໃນຕະຫຼອດໄລຍະ 10 ປີ ພວກເຮົາໄດ້ດໍາເນີນກິດຈະກໍາໂພຊະນາການຮ່ວມກັນຫຼາຍກວ່າ 400 ກິດຈະກໍາ (ສະເລ່ຍ 3 ກິດຈະກໍາ / ເດືອນ): ກິດຈະກໍາການປະສານງານປະມານ 157 ຄັ້ງ; ກິດຈະກໍາການຮຽນຮູ້ 135 ຄັ້ງ ແລະ […]

ກອງປະຊຸມສາມັນປະຈຳປີ SUN CSA ທີ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ໃນວັນພຸດ ທີ 27 ມີນາ 2024

1.7 ລ້ານຄົນໄດ້ຮັບການປັບປຸງໂພຊະນາການທີ່ດີຂຶ້ນໂດຍອົງການຈັດຕັ້ງທາງສັງຄົມ  ໃນປີທີ່ຫຼາຍຄອບຄົວໃນລາວຕ້ອງປະເຊີນກັບບັນຫາຄ່າຄອງຊີບທີ່ສູງຂຶ້ນ, ບັນດາອົງການຈັດຕັ້ງທາງສັງຄົມໃນ ສປປ ລາວ ໄດ້ໃຫ້ການຊ່ວຍເຫຼືອໂດຍກົງແກ່ຜູ້ຄົນຫຼາຍກວ່າ 1.7 ລ້ານຄົນໃນ 18 ແຂວງ ໃນການປັບປຸງ ໂພຊະນາການ ທີ່ກ່ຽວຂ້ອງກັບວຽກງານສາທາ, ສຶກສາ, ກະສິກຳ, ບົດບາດຍິງ-ຊາຍ, ການດຳລົງຊີວິດ, ນໍ້າສະອາດ, ສິ່ງແວດລ້ອມ ແລະ ການປົກຄອງ. ຜົນໄດ້ຮັບດັ່ງກ່າວໄດ້ຖືກນຳສະເໜີໃນກອງປະຊຸມສາມັນປະຈຳປີ ຂອງເຄືອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ (SUN CSA) ຊຶ່ງໄດ້ຈັດຂຶ້ນຢູ່ໂຮງແຮມຄຣາວພລາຊາ, ນະຄອນຫຼວງວຽງຈັນ ໃນວັນທີ 27 ມີນາ 2024. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຈາກ 30 ກວ່າອົງກອນ ແລະ ມີຜູ້ເຂົ້າຮ່ວມຫຼາຍກວ່າ 80 ຄົນ ແບບເຊິ່ງໜ້າ ແລະ ຜ່ານທາງອອນໄລນ໌. ພວກເຮົາຮ່ວມກັນຈັດຕັ້ງປະຕິບັດໂຄງການໂພຊະນາການຈຳນວນ 109 ໂຄງການ ຢູ່ໃນ 8ໍ8 ເມືອງຂອງ ສປປ ລາວ ໃນໜຶ່ງປີທີ່ຜ່ານມາ. ທຸກໂຄງການແມ່ນມີການຮ່ວມມືກັນຢ່າງໃກ້ຊິດກັບລັດຖະບານແຫ່ງ ສປປ ລາວ ແລະ […]

Loading...