ຂໍຊົມເຊີຍກຸ້ງນາງ (ຫຼື ເຄຊີ ມໍຣີສັນ)! ມີຫຼາຍຄົນໄດ້ຮຽນຮູ້ຈາກທ່ານ!
ພະນັກງານເກືອບ 30 ທ່ານຈາກອົງກອນສະມາຊິກ SUN CSA ໄດ້ມີການສົນທະນາກັນຢ່າງຟົດຟື້ນກ່ຽວກັບຫົວຂໍ້ “ການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຳ້ປະກັນດ້ານສະບຽງອາຫານ” ໃນເວທີສົນທະນາປະຈຳວັນສຸກຂອງ SUN CSA.
ຈາກການນຳສະເໜີ, ພວກເຮົາໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບ ຜົນກະທົບທີ່ເກີດຈາກກການປ່ຽນແປງຂອງດິນຟ້າອາກາດ, ຊຶ່ງປະກອບມີສູຕໍ່ຂະພາບ ແລະ ໂພຊະນາການ, ເສດຖະກິດ, ຄວາມບໍ່ສະເໝີພາບດ້ານບົດບາດຍິງ-ຊາຍ, ແລະ ຄວາມຮຸນແຮງ. ພວກເຮົາຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບມາດຕະການຫຼຸດຜ່ອນຜົນກະທົບ ແລະ ການປັບຕົວເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດ. ເຕັກນີກກະສິກຳແບບຍືນຍົງເພື່ອປັບໂຕເຂົ້າກັບການປ່ຽນແປງດິນຟ້າອາກາດ ເປັນເຄື່ອງມືທີ່ຖືກນຳໃຊ້ເຂົ້າໃນໂຄງການຂອງອົງການແຄຣ໌, ຊຶ່ງປະກອບມີສົ່ງເສີມຄວາມຫຼາກຫຼາຍດ້ານຜະລິດຕະພັນກະສິກຳ ແລະ ກະສິກຳແບບຍືນຍົງໃຫ້ແກ່ຊຸມຊົນ, ສົ່ງເສີມການເຂົ້າເຖິງຂໍ້ມູນອຸຕຸກະເສດດ, ແລະ ສົ່ງເສີມການຈັດແຜນການນຳໃຊ້ທີ່ດິນ ແລະ ຕ່ອງໂສ້ການຕະຫຼາດ.
ຂໍຂອບໃຈມາຍັງ ເຄຊີ ມໍຣີສັນ ທີ່ໄດ້ແບ່ງປັນບົດຮຽນກ່ຽວກັບໂຄງການຂອງທ່ານ ແລະເຮັດໃຫ້ຄວາມຮູ້ຂອງພວກເຮົາກ່ຽວກັບການຫຼຸດຜ່ອນຜົນກະທົບ ແລະ ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດເພີ່ມຂຶ້ນ ເພື່ອຊ່ວຍໃຫ້ພວກເຮົາສາມາດຮັບປະກັນໃຫ້ຊຸມຊົນມີຄວາມຄໍຳ້ປະກັນດ້ານສະບຽງອາຫານ.
ຂໍຂອບໃຈທຸກທ່ານທີ່ເຂົ້າຮ່ວມ ແລະ ແລກປ່ຽນກັບພວກເຮົາ!