ລາຍການສົນທະນາປະຈຳວັນສຸກຂອງ SUN CSA: ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ວຽກງານກະສິກຳ ຄັ້ງວັນທີ 15 ກໍລະກົດ 2022

ຂໍຊົມເຊີຍກຸ້ງນາງ (ຫຼື ເຄຊີ ມໍຣີສັນ)! ມີຫຼາຍຄົນໄດ້ຮຽນຮູ້ຈາກທ່ານ! ພະນັກງານເກືອບ 30 ທ່ານຈາກອົງກອນສະມາຊິກ SUN CSA ໄດ້ມີການສົນທະນາກັນຢ່າງຟົດຟື້ນກ່ຽວກັບຫົວຂໍ້ “ການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຳ້ປະກັນດ້ານສະບຽງອາຫານ” ໃນເວທີສົນທະນາປະຈຳວັນສຸກຂອງ SUN CSA. ຈາກການນຳສະເໜີ, ພວກເຮົາໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບ ຜົນກະທົບທີ່ເກີດຈາກກການປ່ຽນແປງຂອງດິນຟ້າອາກາດ, ຊຶ່ງປະກອບມີສູຕໍ່ຂະພາບ ແລະ ໂພຊະນາການ, ເສດຖະກິດ, ຄວາມບໍ່ສະເໝີພາບດ້ານບົດບາດຍິງ-ຊາຍ, ແລະ ຄວາມຮຸນແຮງ. ພວກເຮົາຍັງໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບມາດຕະການຫຼຸດຜ່ອນຜົນກະທົບ ແລະ ການປັບຕົວເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດ. ເຕັກນີກກະສິກຳແບບຍືນຍົງເພື່ອປັບໂຕເຂົ້າກັບການປ່ຽນແປງດິນຟ້າອາກາດ ເປັນເຄື່ອງມືທີ່ຖືກນຳໃຊ້ເຂົ້າໃນໂຄງການຂອງອົງການແຄຣ໌, ຊຶ່ງປະກອບມີສົ່ງເສີມຄວາມຫຼາກຫຼາຍດ້ານຜະລິດຕະພັນກະສິກຳ ແລະ ກະສິກຳແບບຍືນຍົງໃຫ້ແກ່ຊຸມຊົນ, ສົ່ງເສີມການເຂົ້າເຖິງຂໍ້ມູນອຸຕຸກະເສດດ, ແລະ ສົ່ງເສີມການຈັດແຜນການນຳໃຊ້ທີ່ດິນ ແລະ ຕ່ອງໂສ້ການຕະຫຼາດ. ຂໍຂອບໃຈມາຍັງ ເຄຊີ ມໍຣີສັນ ທີ່ໄດ້ແບ່ງປັນບົດຮຽນກ່ຽວກັບໂຄງການຂອງທ່ານ ແລະເຮັດໃຫ້ຄວາມຮູ້ຂອງພວກເຮົາກ່ຽວກັບການຫຼຸດຜ່ອນຜົນກະທົບ ແລະ ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດເພີ່ມຂຶ້ນ ເພື່ອຊ່ວຍໃຫ້ພວກເຮົາສາມາດຮັບປະກັນໃຫ້ຊຸມຊົນມີຄວາມຄໍຳ້ປະກັນດ້ານສະບຽງອາຫານ. ຂໍຂອບໃຈທຸກທ່ານທີ່ເຂົ້າຮ່ວມ ແລະ ແລກປ່ຽນກັບພວກເຮົາ!