ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ລາຍການສົນທະນາອອນລາຍປະຈຳວັນສຸກ: ໂຄງການບໍລິຈາກນ້ຳນົມແມ່ ຄັ້ງວັນທີ 5 ສິງຫາ 2022

ລາຍການສົນທະນາອອນລາຍປະຈຳວັນສຸກ: ໂຄງການບໍລິຈາກນ້ຳນົມແມ່ ຄັ້ງວັນທີ 5 ສິງຫາ 2022

ບັນດາພະນັກງານຈາກອົງກອນສະມາຊິກຂອງ SUN CSA ໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການ ກ່ຽວກັບການບໍລິຈາກນໍ້ານົມແມ່ ໃນເວທີສົນທະນາອອນໄລນ໌ຂອງ SUN CSA ໃນວັນສຸກທີ 5 ສິງຫາ 2022 ທີ່ຜ່ານມາ. ການສົນທະນາດັ່ງກ່າວແມ່ນຈັດຂຶ້ນເພື່ອສະເຫຼີມສະຫຼອງ #ສັບປະດາສາກົນການລ້ຽງລູກດ້ວຍນໍ້ານົມແມ່ປະຈຳປີ2022.

ໄດ້ມີຫຼາຍກວ່າ 30 ທ່ານເຂົ້າຮ່ວມໃນການສົນທະນາທີ່ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນໃນຄັ້ງນີ້, ຊຶ່ງຫົວຂໍ້ແມ່ນກ່ຽວກັບ  “ກິດຈະກຳການບໍລິຈາກນໍ້ານົມແມ່ ໂດຍສະມາຄົມສົ່ງເສີມສຸຂະພາບຄອບຄົວ”, ທີ່ນຳພາໂດຍ ສົມຈິງ ພັນທະສຸກ ແລະ ທີມ ຈາກສະມາຄົມສົ່ງເສີມສຸຂະພາບຄອບຄົວ ຫຼື @PFHA. ຜ່ານການນຳສະເໜີ ພວກເຮົາເຫັນໄດ້ວ່າການບໍລິຈາກນໍ້ານົມແມ່ມີຂໍ້ຄວນລະວັງໃນດ້ານຄວາມປອດໄພ ເນື່ອງຈາກມັນເປັນສິ່ງຈຳເປັນສຳລັບເດັກເກີດໃໝ່ທີ່ບໍ່ມີໂອກາດໄດ້ກິນນົມແມ່, ທຸກຄົນຄວນໄດ້ຮັບຄວາມຮູ້ກ່ຽວກັບວຽກງານດັ່ງກ່າວ ເພື່ອຮັບປະກັນໃຫ້ເດັກເຫຼົ່ານັ້ນໄດ້ມີນໍ້ານົມແມ່ກິນ ແລະ ຊ່ວຍຫຼຸດອັດຕາການຕາຍຂອງເດັກໄດ້. ວຽກງານການບໍລິຈາກນໍ້ານົມແມ່ນເປັນໜຶ່ງໃນຫຼາຍໆວຽກງານພາຍໃຕ້ແຜນງານໂພຊະນາການຂອງ PFHA, ທີ່ຍັງຕ້ອງການການຮ່ວມມືຈາກຫຼາຍອົງກອນ ໃນແງ່ຂອງການປະສານງານ, ວິຊາການ, ງົບປະມານ ແລະ ອື່ນໆ. ຖ້າທ່ານຕ້ອງການໃຫ້ການສະໜັບສະໜູນ, ກະລຸນາຕິດຕໍ່ສະມາຄົມ  PFHA ຫຼື ກອງເລາຂາ SUN CSA ພວກເຮົາມາເຮັດວຽກຮ່ວມກັນໃນຖານະເຄືອຂ່າຍເພື່ອ #ສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ໃນປະເທດລາວ.

ຂໍຂອບໃຈທຸກທ່ານທີ່ເຂົ້າຮ່ວມ ແລະ ແລກປ່ຽນກັບພວກເຮົາ!