ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ກອງປະຊຸມແລກປ່ຽນບົດຮຽນ ວຽກງານໂພຊະນາການຮ່ວມກັນຫຼາຍຂະແໜງການທີ່ ແຂວງ ອຸດົມໄຊ ຄັ້ງວັນທີ 30-31 ພຶດສະພາ 2022

ກອງປະຊຸມແລກປ່ຽນບົດຮຽນ ວຽກງານໂພຊະນາການຮ່ວມກັນຫຼາຍຂະແໜງການທີ່ ແຂວງ ອຸດົມໄຊ ຄັ້ງວັນທີ 30-31 ພຶດສະພາ 2022

ການແລກປ່ຽນບົດຮຽນກ່ຽວກັບການສົ່ງເສີມໂພຊະນາການຢູ່ພາກເໜືອຂອງລາວ! ເກືອບ 30 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນດ້ານໂພຊະນາການຂອງຫຼາຍຂະແໜງການຢູ່ແຂວງອຸດົມໄຊ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 30-31 ພຶດສະພາ 2022, ໂດຍການເປັນເຈົ້າພາບຮ່ວມຂອງອົງການ CARE International in Lao PDR ແລະ ພະແນກສາທາລະນະສຸກແຂວງວຽງຈັນ. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວປະກອບມີຜູ້ຕາງໜ້າຈາກຜູ້ຕາງໜ້າຈາກຄະນະກຳມາທິການໂພຊະນາການຂັ້ນແຂວງຈາກ 5 ຂະແໜງການ (ສາທາ, ກະສິກຳ, ສຶກສາ, ສະຫະພັນແມ່ຍິງລາວ, ແຜນການ ແລະ ການລົງທຶນ) ຈາກແຂວງແຂວງອຸດົມໄຊ ແລະ ບໍ່ແກ້ວ ແລະ ພະນັກງານຈາກ INGO ແລະ CSOs ລາວ ຈາກແຂວງຫຼວງນໍ້າທາ, ອຸດົມໄຊ ແລະ ບໍ່ແກ້ວ.

ກອງປະຊຸມດັ່ງກ່າວໄດ້ເຕົ້າໂຮມເອົາບັນດາອົງການຈັດຕັ້ງທາງພາກລັດ ແລະ ບັນດາອົງການຈັດຕັ້ງທາງສັງຄົມ ເພື່ອມາແລກປ່ຽນບົດຮຽນທີ່ຖອດຖອນໄດ້ຈາການຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ ໃນການສະໜັບສະໜູນ 22 ມາດຕະການບູລິມະສິດທີ່ຢູ່ໃນແຜນປະຕິບັດງານແຫ່ງຊາດດ້ານຟພຊະນາການ 2021-2025. ພ້ອມດຽວກັນນັ້ນ, ຍັງເປັນການແລກປ່ຽນບົດຮຽນ, ປະສົບການ ແລະ ບັນດາເຄື່ອງມືທີ່ຖືກນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງດ້ານໂພຊະນາການ, ສະທ້ອນຄືນຜົນສຳເລັດ ແລະ ບັນຫາດ້ານຄວາມແຕກໂຕນທີ່ຈຳເປັນຕ້ອງໄດ້ຮັບການປັບປຸງ ເພື່ອເຮັດໃຫ້ໂຄງການສາມາດບັນລຸເປົ້າໝາຍດ້ານການປັບປຸງໂພຊະນາການໃນຊຸມຊົນ.

ຂໍສະແດງຄວາມຊົມເຊີຍ ອົງການ ແຄຣນານາຊາດປະຈຳ ສປປ ລາວ ທີ່ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນນີ້ຂຶ້ນມາ, ຊຶ່ງຖືເປັນສ່ວນໜຶ່ງຂອງໂຄງການ SCALING ທີ່ໄດ້ຮັບທຶນຈາກສະຫະພາບເອີຣົບປະຈຳລາວ. ໃນຖານະເຄືອຂ່າຍ SUN, ພວກເຮົາກຳລັງເຮັດວຽກຮ່ວມກັນເພື່ອປັບປຸງໂພຊະນາການໃນປະເທດລາວ!

Loading...