ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ກອງປະຊູມອົງກອນທີ່ເຮັດວຽກດ້ານໂພຊະນາການຂອງ SUN CSA (NWG) 10 ພຶດສະພາ – 2022

ກອງປະຊູມອົງກອນທີ່ເຮັດວຽກດ້ານໂພຊະນາການຂອງ SUN CSA (NWG) 10 ພຶດສະພາ – 2022

ຂໍຂອບໃຈທຸກທ່ານ – ເກືອບ 20 ທ່ານ ຈາກອົງກອນສະມາຊິກ SUN CSA ທີ່ໄດ້ເຂົ້າຮ່ວມກອງປະຊຸມໜ່ວຍງານໂພຊະນາການ SUN CSA (SUN CSA Nutrition Working Group) ຜ່ານທາງອອນໄລນ໌ ໃນວັນທີ 10 ພຶດສະພາ 2022 ເພື່ອອັບເດດວຽກງານດ້ານໂພຊະນາການຂອງຕົນໃນໄລຍະສາມເດືອນທີ່ຜ່ານມາ ແລະ ແຈ້ງກ່ຽວກັບກິດຈະກຳໃນເດືອນຕໍ່ໜ້າ. ພວກເຮົາຍັງໄດ້ແລກປ່ຽນກ່ຽວກັບ ຫົວຂໍ້ສະໜັບສະໜູນໃໝ່: “ຜົນກະທົບຂອງໂຄວິດ ແລະ ອັດຕາເງິນເຟີ້ (ຄ່າຄອງຊີບທີ່ສູງຂຶ້ນ) ຕໍ່ກັບວຽກງານການຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການ”, ຊຶ່ງຈະສາມາດຊາວຍໃຫ້ພວກເຮົາທັງເຄືອຄ່າຍ ສາມາດຕອບໂຕ້ກັບສິ່ງທ້າທາຍຕໍ່ກັບວຽກງານການຄໍ້າປະກັນດ້ານສະບຽງອາຫານ, ການດຳລົງຊີວິດ ແລະ ໂພຊະນາການ ໃນ ສປປ ລາວ.

ຂອບໃຈທຸກທ່ານທີ່ມີການຕິດຕໍ່ພົວພັນກັນຢ່າງເປັນປົກກະຕິ, ພວກເຮົາຈະພົບກັນໃໝ່ໃນອີກສາມເດືອນຂ້າງໜ້າ ໃນເດືອນສິງຫາ.

Loading...