ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ເວທີສົນທະນາອອນໄລນ໌ປະຈຳວັນສຸກ ວັນທີ 24 ມິຖຸນາ 2022

ຖ້າທ່ານຕ້ອງການຮຽນຮູ້ເພີ່ມເຕີມກ່ຽວກັບບົດຮຽນໃນການຈັດຕັ້ງປະຕິບັດວຽກງານ ສຸຂະພາບໃນໄລຍະທີ່ເປັນປະຈຳເດືອນ – ຜ້າອະນາໄມແບບຊັກໄດ້ ທີ່ຈັດຕັ້ງປະຕິບັດໂດຍອົງການ CARE, ສາມາດເຂົ້າຮ່ວມເວທີສົນທະນາຂອງ SUN CSA ໃນວັນສຸກນີ້ໄດ້. ເວທີສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ. ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມເວທີສົນທະນາຂອງ SUN CSA: 1. ເປັນເວທີອອນໄລນ໌, ພະນັກງານທີ່ຢູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ. 2. ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກປະຈຳຂອງທ່ານ. 3. ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້. ຖ້າທ່ານສົນໃຈເຂົ້າຮ່ວມສາມາດຕິຕໍ່ຫາທີມງານກອງເລຂາທີ່ info@suncsalaos.org

ກອງປະຊຸມແລກປ່ຽນບົດຮຽນ ວຽກງານໂພຊະນາການຮ່ວມກັນຫຼາຍຂະແໜງການທີ່ ແຂວງ ອຸດົມໄຊ ຄັ້ງວັນທີ 30-31 ພຶດສະພາ 2022

ການແລກປ່ຽນບົດຮຽນກ່ຽວກັບການສົ່ງເສີມໂພຊະນາການຢູ່ພາກເໜືອຂອງລາວ! ເກືອບ 30 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນດ້ານໂພຊະນາການຂອງຫຼາຍຂະແໜງການຢູ່ແຂວງອຸດົມໄຊ, ຊຶ່ງໄດ້ຈັດຂຶ້ນໃນວັນທີ 30-31 ພຶດສະພາ 2022, ໂດຍການເປັນເຈົ້າພາບຮ່ວມຂອງອົງການ CARE International in Lao PDR ແລະ ພະແນກສາທາລະນະສຸກແຂວງວຽງຈັນ. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວປະກອບມີຜູ້ຕາງໜ້າຈາກຜູ້ຕາງໜ້າຈາກຄະນະກຳມາທິການໂພຊະນາການຂັ້ນແຂວງຈາກ 5 ຂະແໜງການ (ສາທາ, ກະສິກຳ, ສຶກສາ, ສະຫະພັນແມ່ຍິງລາວ, ແຜນການ ແລະ ການລົງທຶນ) ຈາກແຂວງແຂວງອຸດົມໄຊ ແລະ ບໍ່ແກ້ວ ແລະ ພະນັກງານຈາກ INGO ແລະ CSOs ລາວ ຈາກແຂວງຫຼວງນໍ້າທາ, ອຸດົມໄຊ ແລະ ບໍ່ແກ້ວ. ກອງປະຊຸມດັ່ງກ່າວໄດ້ເຕົ້າໂຮມເອົາບັນດາອົງການຈັດຕັ້ງທາງພາກລັດ ແລະ ບັນດາອົງການຈັດຕັ້ງທາງສັງຄົມ ເພື່ອມາແລກປ່ຽນບົດຮຽນທີ່ຖອດຖອນໄດ້ຈາການຈັດຕັ້ງປະຕິບັດໂຄງການດ້ານໂພຊະນາການ ໃນການສະໜັບສະໜູນ 22 ມາດຕະການບູລິມະສິດທີ່ຢູ່ໃນແຜນປະຕິບັດງານແຫ່ງຊາດດ້ານຟພຊະນາການ 2021-2025. ພ້ອມດຽວກັນນັ້ນ, ຍັງເປັນການແລກປ່ຽນບົດຮຽນ, ປະສົບການ ແລະ ບັນດາເຄື່ອງມືທີ່ຖືກນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດຕົວຈິງດ້ານໂພຊະນາການ, ສະທ້ອນຄືນຜົນສຳເລັດ ແລະ […]

Loading...