ວັນທີ: ວັນສຸກທີ 6 ພຶດສະພາ 2022, ເວລາ 9-10 ໂມງ
ຜູ້ນຳສະເໜີ: ທ່ານ ດຣ. ນາງ ພູມະນີສອນ ອຸ່ນເມືອງສັກ, ຜູ້ບໍລິຫານຝ່າຍວິຊາການດ້ານສຸຂະພາບ, ອົງການຊ່ວຍເຫຼືອເດັກ
ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ)
ອົງການຊ່ວຍເຫຼືອເດັກ ໄດ້ເຮັດວຽກເພື່ອສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ເພື່ອລິເລີ່ມວຽກງານສົ່ງເສີມການລ້ຽງລຸກດ້ວຍນໍ້ານົມແມ່ ດ້ວຍການສະໜັບສະໜູນເປີດຊຸດຝຶກອົບຮົມໄລຍະສັ້ນ 3 ເດືອນ ກ່ຽວກັບການໃຫ້ຄຳປຶກສາການລ້ຽງລູກດ້ວຍນ້ຳນົມແມ່, ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານແພດໝໍທີ່ເຮັດໜ້າທີ່ເປັນຜູ້ສະໜັບສະໜູນການລ້ຽງລູກດ້ວຍນົມແມ່ ຕາມບັນທັດຖານການໃຫ້ນົມລູກ, ສຶກສາອົບຮົມຄອບຄົວ, ຊຸມຊົນ ແລະ ເພື່ອນຮ່ວມງານ ກ່ຽວກັບການລ້ຽງລູກດ້ວຍນໍ້ານົມແມ່. ນອກຈາກນັ້ນ ຍັງໃຫ້ການດູແລແບບລວມ ແລະ ມີທັກສະ ແລະ ໃຫ້ຂໍ້ມູນທີ່ອີງຫຼັກຖານ ສໍາລັບການລ້ຽງລູກດ້ວນໍ້ານົມແມ່ ນັບຕັ້ງແຕ່ຖືພາຈົນເຖິງການເຊົານົມ ສໍາລັບຄອບຄົວທີ່ລ້ຽງລູກດ້ວຍນໍ້ານົມແມ່. ຖ້າທ່ານຕ້ອງການຮຽນຮູ້ເພີ່ມເຕີມກ່ຽວບົດຮຽນຈາກການຈັດຊຸດຝຶກອົບຮົມດັ່ງກ່າວ, ສາມາດເຂົ້າຮ່ວມເວທີສົນທະນາ SUN CSA ໃນວັນສຸກນີ້ໄດ້.
ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ.
2. ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກປະຈຳຂອງທ່ານ.
3. ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້.
ກະລຸນາສົ່ງຕໍ່ການເຊີນນີ້ໃຫ້ກັບພະນັກງານໃນອົງກອນຂອງທ່ານ.