ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ລາຍການສົນທະນາປະຈຳວັນສຸກຂອງ SUN CSA: ການດຳເນີນການຝຶກອົບຮົບໄລຍະສັ້ນ 3 ເດືອນ ກ່ຽວກັບການໃຫ້ຄຳປຶກສາການລ້ຽງລູກດ້ວຍນ້ຳນົມແມ່ – 6 ພຶດສະພາ 2022

ລາຍການສົນທະນາປະຈຳວັນສຸກຂອງ SUN CSA: ການດຳເນີນການຝຶກອົບຮົບໄລຍະສັ້ນ 3 ເດືອນ ກ່ຽວກັບການໃຫ້ຄຳປຶກສາການລ້ຽງລູກດ້ວຍນ້ຳນົມແມ່ – 6 ພຶດສະພາ 2022

ຂໍຂອບໃຈມາຍັງ ດຣ. ພູມະນີສອນ ອຸ່ນເມືອງສັກ ຈາກ Save the Children ທີ່ໄດ້ມາແລກປ່ຽນປະສົບການຈາກການຈັດຊຸດຝຶກອົບຮົມໄລຍະສັ້ນ ກ່ຽວກັບການເປັນທີ່ປຶກສາດ້ານການລ້ຽງລູກດ້ວຍນ້ຳນົມແມ່ ຮ່ວມກັບພະນັກງານຫຼາຍກວ່າ 20 ທ່ານຈາກອົງກອນສະມາຊິກ SUN CSA ໃນເວທີສົນທະນາອອນໄລນ໌ຂອງພວກເຮົາໃນມື້ນີ້. ພວກເຮົາໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງຈາກການນຳສະເໜີຂອງທ່ານ.

ຂໍຂອບໃຈ Save the Children ສຳລັບຄວາມພະຍາຍາມໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານແພດໝໍໃນທົ່ວປະເທດ ທີ່ເຮັດໜ້າທີ່ເປັນຜູ້ສະໜັບສະໜູນການລ້ຽງລູກດ້ວຍນົມແມ່ ຕາມບັນທັດຖານການໃຫ້ນົມລູກ, ສຶກສາອົບຮົມຄອບຄົວ, ຊຸມຊົນ ແລະ ເພື່ອນຮ່ວມງານ ກ່ຽວກັບການລ້ຽງລູກດ້ວຍນໍ້ານົມແມ່. ອົງການຊ່ວຍເຫຼືອເດັກ ໄດ້ເຮັດວຽກເພື່ອສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ເພື່ອລິເລີ່ມວຽກງານສົ່ງເສີມການລ້ຽງລຸກດ້ວຍນໍ້ານົມແມ່ ດ້ວຍການສະໜັບສະໜູນເປີດຊຸດຝຶກອົບຮົມໄລຍະສັ້ນ 3 ເດືອນ ກ່ຽວກັບການເປັນທີ່ປຶກສາການລ້ຽງລູກດ້ວຍນ້ຳນົມແມ່. ການສະໜັບສະໜູນເຫຼົ່ານີ້ ຈະຊ່ວຍໃຫ້ພວກເຮົາສາມາດບັນລຸເປົ້້າໝາຍແຫ່ງຊາດຂອງພວກເຮົາໄດ້ໄວຂຶ້ນ!

ພວກເຮົາມາຮ່ວມກັນເຮັດວຽກ ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອຮັບປະກັນໃຫ້ພວກເຮົາມີທີ່ປຶກສາດ້ານການລ້ຽງລູກດ້ວຍນໍ້ານົມແມ່ທີ່ມີມາດຕະຖານ ຢູ່ໃນໂຮງໝໍ ແລະ ສະຖານທີ່ໃຫ້ບໍລິການດ້ານສຸຂະພາບທຸກແຫ່ງໃນທົ່ວປະເທດ ເພື່ອໃຫ້ພວກເຮົາປະສົບຜົນສຳເລັດໃນ #ການລ້ຽງລູກດ້ວຍນໍ້ານົມແມ່ໃນປະເທດລາວ.

Loading...