ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ລາຍການສົນທະນາອອນລາຍປະຈຳວັນສຸກ ວັນທີ 6 ພຶດສະພາ 2022

ລາຍການສົນທະນາປະຈຳວັນສຸກຂອງ SUN CSA: ການດຳເນີນການຝຶກອົບຮົບໄລຍະສັ້ນ 3 ເດືອນ ກ່ຽວກັບການໃຫ້ຄຳປຶກສາການລ້ຽງລູກດ້ວຍນ້ຳນົມແມ່ ວັນທີ: ວັນສຸກທີ 6 ພຶດສະພາ 2022, ເວລາ 9-10 ໂມງ ຜູ້ນຳສະເໜີ: ທ່ານ ດຣ. ນາງ ພູມະນີສອນ ອຸ່ນເມືອງສັກ, ຜູ້ບໍລິຫານຝ່າຍວິຊາການດ້ານສຸຂະພາບ, ອົງການຊ່ວຍເຫຼືອເດັກ ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ) ອົງການຊ່ວຍເຫຼືອເດັກ ໄດ້ເຮັດວຽກເພື່ອສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ເພື່ອລິເລີ່ມວຽກງານສົ່ງເສີມການລ້ຽງລຸກດ້ວຍນໍ້ານົມແມ່ ດ້ວຍການສະໜັບສະໜູນເປີດຊຸດຝຶກອົບຮົມໄລຍະສັ້ນ 3 ເດືອນ ກ່ຽວກັບການໃຫ້ຄຳປຶກສາການລ້ຽງລູກດ້ວຍນ້ຳນົມແມ່, ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານແພດໝໍທີ່ເຮັດໜ້າທີ່ເປັນຜູ້ສະໜັບສະໜູນການລ້ຽງລູກດ້ວຍນົມແມ່ ຕາມບັນທັດຖານການໃຫ້ນົມລູກ, ສຶກສາອົບຮົມຄອບຄົວ, ຊຸມຊົນ ແລະ ເພື່ອນຮ່ວມງານ ກ່ຽວກັບການລ້ຽງລູກດ້ວຍນໍ້ານົມແມ່. ນອກຈາກນັ້ນ ຍັງໃຫ້ການດູແລແບບລວມ ແລະ ມີທັກສະ ແລະ ໃຫ້ຂໍ້ມູນທີ່ອີງຫຼັກຖານ ສໍາລັບການລ້ຽງລູກດ້ວນໍ້ານົມແມ່ ນັບຕັ້ງແຕ່ຖືພາຈົນເຖິງການເຊົານົມ ສໍາລັບຄອບຄົວທີ່ລ້ຽງລູກດ້ວຍນໍ້ານົມແມ່. ຖ້າທ່ານຕ້ອງການຮຽນຮູ້ເພີ່ມເຕີມກ່ຽວບົດຮຽນຈາກການຈັດຊຸດຝຶກອົບຮົມດັ່ງກ່າວ, ສາມາດເຂົ້າຮ່ວມເວທີສົນທະນາ SUN […]

Loading...