ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ກິດຈະກຳ
  • >
  • ກອງປະຊຸມເປີດໂຕຄູ່ມືສົ່ງເສີມ ສິດທິ ແລະ ສຸຂະພາບຈະເລີນພັນທາງເພດ “ຊີວິດຂອງທ່ານ ທາງເລືອກຂອງທ່ານ” 27 ເມສາ 2022

ກອງປະຊຸມເປີດໂຕຄູ່ມືສົ່ງເສີມ ສິດທິ ແລະ ສຸຂະພາບຈະເລີນພັນທາງເພດ “ຊີວິດຂອງທ່ານ ທາງເລືອກຂອງທ່ານ” 27 ເມສາ 2022

ຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງອົງການ CARE International Laos ທີ່ໄດ້ຈັດກອງປະຊຸມເປີດໂຕ ຊີວິດຂອງທ່ານ ທາງເລືອກຂອງທ່ານ: ຄູ່ມືສົ່ງເສີມ ສິດທິ ແລະ ສຸຂະພາບຈະເລີນພັນ ໂດຍຜ່ານກິດຈະກຳເພື່ອນສອນເພື່ອນ ໃນວັນທີ 27 ເມສາ 2022,
ມີພະນັກງານຫຼາຍກວ່າ 60 ທ່ານຈາກອົງກອນສະມາຊິກຂອງ SUN CSA ໄດ້ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ, ຊຶ່ງມີ 30 ທ່ານ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຫຼາຍກວ່າ 30 ທ່ານ ເຂົ້າຮ່ວມແບບອອນໄລນ໌. ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບບັນດາເຄື່ອງມືທີ່ໃຊ້ເຂົ້າໃນການສົ່ງເສີມ ສິດທິ ແລະ ສຸຂະພາບຈະເລີນພັນ ແລະ ສາມາດນຳພາການຈັດຕັ້ງປະຕິບັດບັນດາກິດຈະກຳໃນເຄື່ອງມືດັ່ງກ່າວໄດ້. ຄູ່ມືຊີວິດຂອງທ່ານ ທາງເລືອກຂອງທ່ານ ແມ່ນແນໃສ່ສົ່ງເສີມຄວາມເຂົ້າໃຈກ່ຽວກັບບັນດາເຄື່ອງມືທີ່ໃຊ້ເຂົ້າໃນການສົ່ງເສີມ ສິດທິ ແລະ ສຸຂະພາບຈະເລີນພັນໃຫ້ແກ່ພະນັກງານ CSO staff.

ຂໍຂອບໃຈ CARE International Laos ທີ່ໄດ້ຈັດກອງປະຊຸມເຜີຍແຜ່ດັ່ງກ່າວໃຫ້ແກ່ອົງກອນສະມາຊິກຂອງ SUN CSA! ໂອກາດສຳລັບການແລກປ່ຽນທັກສະ ແລະ ແນວທາງດ້ານໂພຊະນາການແບບນີ້ ຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ກັບເຄືອຂ່າຍຂອງພວກເຮົາ ແລະ ເຮັດໃຫ້ໝາກຜົນຂອງການເຮັດວຽກເພື່ອປັບປຸງໂພຊະນາການຂອງພວກເຮົາເພີ່ມຂຶ້ນໃນທົ່ວປະເທດ