ຂໍສະແດງຄວາມຊົມເຊີຍມາຍັງລັດຖະບານລາວ ແລະ ຄູ່ຮ່ວມງານທຸກພາກສ່ວນ ຕໍ່ກັບຜົນສຳເລັດຕະຫຼອດປີທີ່ຜ່ານມາ.
ກອງປະຊຸມດ້ານໂພຊະນາການແຫ່ງຊາດຄັ້ງທີ 9 (ວັນທີ 6 ມີນາ 2024) ໄດ້ເນັ້ນຢໍ້າໃຫ້ເຫັນເຖິງຜົນກະທົບຫຼາຍປະການຮ່ວມກັນຂອງພວກເຮົາ ແລະ ຄວາມພະຍາຍາມຢ່າງຕໍ່ເນື່ອງຂອງພວກເຮົາສຳລັບປີໜ້າ. ພວກເຮົາຂໍຂອບໃຈ ທ່ານ ແອນໂທນີ້ ແກລນວີລ໌ ຈາກອົງການແຄຣ໌ນານາຊາດ ປະຈຳລາວ ທີ່ໄດ້ກ່າວຕໍ່ກອງປະຊຸມໃນນາມ SUN CSA ລາວ, ຕະຫຼອດເຖິງຄວາມພະຍາຍາມຂອງແຂວງຫົວພັນ, ຊຽງຂວາງ ແລະ ວຽງຈັນ ໃນການຜັນຂະຫຍາຍແນວທາງກ່ຽວກັບບ້ານໂພຊະນການຕົວແບບ ໂດຍການສະໜັບສະໜູນຈາກອົງກອນສະມາຊິກຂອງພວກເຮົາໄດ້ແກ່ Caritas, ARMI, GDA, SAEDA ແລະ CASE. ໂດຍຮ່ວມກັນ ພວກເຮົາຈະສາມາດປັບປຸງໂພຊະນາການ ແລະ ພັດທະນາບັນດາຄອບຄົວໃນລາວໄດ້.