ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ເວທີສົນທະນາອອນໄລນ໌ປະຈຳວັນສຸກ ຫົວຂໍ້: ການແພດທາງໄກ ຄັ້ງວັນທີ 20 ຕຸລາ 2023

ເວທີສົນທະນາອອນໄລນ໌ປະຈຳວັນສຸກ ຫົວຂໍ້: ການແພດທາງໄກ ຄັ້ງວັນທີ 20 ຕຸລາ 2023

ຂອບໃຈຜູ້ນຳພາສົນທະນາ ແລະ ຜູ້ເຂົ້າຮ່ວມໝົດຈາກອົງກອນຊະມາຊິກ 29 ທ່ານ ທີ່ເຂົ້າມາຮຽນຮູ້ ແລະ ແລກປ່ຽນ ໃນຫົວຂໍ້ ການແພດທາງໄກ ຜ່ານເວທີສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA ວັນທີ 20 ຕຸລາ 2023.

ດຣ. ບົວວັນ ສົມສະໜິດ, ຜູ້ນຳພາການສົນທະນາຈາກສະມາຄົມ ສົ່ງເສີມສຸຂະພາບຄອບຄົວ ໄດ້ມານຳສະເໜີກ່ຽວກັບການຈັດຕັ້ງປະຕິບັດວຽກງານການແພດທາງໄກ ຊຶ່ງເປັນວຽກງານພາຍໃຕ້ໂຄງການຂອງສະມາຄົມ, ຊຶ່ງໄດ້ອະທິບາຍກ່ຽວກັບຂະບວນການການໃຫ້ຄຳປຶກສາ, ຜົນປະໂຫຍດ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດການແພດທາງໄກ (ໃຫ້ຄວາມຊ່ວຍເຫຼືອທາງການແພດຜ່ານການໂອ້ລົມທາງໂທລະສັບ). ການແພດທາງໄກເປັນສິ່ງຈຳເປັນ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ໃນພື້ນທີ່ ແລະ ຍັງອຳນວຍຄວາມສະດວກໃຫ້ແກ່ການເຮັດວຽກຂອງໂຮງໝໍນ້ອຍ ຫຼື ສຸກສາລາ ໄດ້ເປັນຢ່າງດີ, ເນື່ອງຈາກເປັນການແພດທີ່ຈະຊ່ວຍໃຫ້ຄົນເຈັບສາມາດໄດ້ຮັບການປະເມີນອາການເຈັບປ່ວຍ ແລະ ຮັບຄຳປຶກສາເບື້ອງຕົ້ນ ເພື່ອຕັດສິນໃຈກ່ຽວກັບການປິ່ນປົວໃນຂັ້ນຕອນຕໍ່ໄປ, ລວມເຖິງສາມາດເຂົ້າເຖິງສະຖານທີ່ປິ່ນປົວທີ່ແທດເໝາະກັບການເຈັບປ່ວຍຂອງເຂົາເຈົ້າ.

ບົດນຳສະເໜີ ການແພດທາງໄກ ໂດຍສະມາຄົມ ສົ່ງເສີມສຸຂະພາບຄອບຄົວ

ການນໍາໃຊ້ ການໃຫ້ຄໍາປຶກສາທາງໄກ ໄດ້ເພີ່ມຂຶ້ນຢ່າງໄວວາ ອັນເປັນຜົນມາຈາກພະຍາດລະບາດຂອງພະຍາດໂຄວິດ-19 ແລະ ‘ການປິດປະເທດ ຫຼື ການລັອກດາວ...
Categories: ບົດຄົ້ນຄວ້າ ແລະ ບົດລາຍງານ, ເຄຶ່ອງມື ແລະ ເອກະສານຄູ່ມື
Sectors: ສາທາລະນະສຸກ
20 ຕຸລາ 2023
11 downloads
3.36 MB
pptx

Loading...