ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ການສຳຫຼວດຄຳຄິດເຫັນພະນັກງານ ກ່ຽວກັບນະໂຍບາຍ ແລະ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກໃນລາວ 2023

ການສຳຫຼວດຄຳຄິດເຫັນພະນັກງານ ກ່ຽວກັບນະໂຍບາຍ ແລະ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກໃນລາວ 2023

ເມື່ອບໍ່ດົນມານີ້ SUN ລາວ ໄດ້ທຳການສຳຫຼວດພະນັກງານ 229 ທ່ານ ຈາກ 42 ອົງກອນ. ພວກເຮົາໄດ້ຖາມເຖິງຄວາມຮັບຮູ້ຂອງເຂົາເຈົ້າຮູ້ກ່ຽວກັບນະໂຍບາຍ ແລະ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກຂອງເຂົາເຈົ້າ. ຜົນການສຳຫຼວດເປັນໄປໃນທິດທາງທີ່ດີຂຶ້ນ, ຄວາມຮັບຮູ້ ແລະ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກຂອງພະນັກງານ ດີຂຶ້ນເມື່ອທຽບກັບປີກາຍນີ້, ແຕ່ກໍຍັງມີບາງຈຸດທີ່ຕ້ອງໄດ້ຮັບການປັບປຸງ ເພື່ອສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ.

ການສຳຫຼວດຄຳຄິດເຫັນພະນັກງານກ່ຽວກັບການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ  ໃນເດືອນຕຸລາ 2023

  • ພະນັກງານ 229 ຄົນ ຖືກສຳຫຼວດ (50% ຍິງ)
  • 42 ອົງກອນ (19 CSOs, 19 INGOs)
  • ພະນັກງານຈາກ 16 ແຂວງ

ຄວາມຮັບຮູ້ຂອງພະນັກງານກ່ຽວກັບນະໂຍບາຍການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ.

  • 59% ຂອງພະນັກງານຮູ້ກ່ຽວກັບນະໂຍບາຍການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກຂອງຕົນ (ເພີ່ມຂຶ້ນ 20% ຈາກປີກາຍ).
  • 51% ຕອບວ່າ ໄລຍະພັກເກີດລູກແມ່ນ 3 ເດືອນ, 30% ຕອບວ່າ 6 ເດືອນ.
  • 13% ຕອບວ່າ ເຂົາເຈົ້າບໍ່ຮູ້ວ່າພະນັກງານສາມາດພັກໃນໂມງວຽກ ເພື່ອໃຊ້ເຂົ້າໃນການລ້ຽງລູກດ້ວຍນໍ້ານົມແມ່ຫຼືບໍ່.
  • 28% ຕອບວ່າ ເຂົາເຈົ້າບໍ່ຮູ້ວ່າຜູ້ເປັນພໍ່ສາມາດພັກໄລຍະເມຍເກີດລູກໄດ້ດົນເທົ່າໃດ.

ປະສົບການຂອງພະນັກງານທີ່ລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ

  • ມີພຽງ 45% ຂອງພະນັກງານທີ່ແມ່ທີ່ໃຫ້ນົມລູກ ສາມາດລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ, (ດີຂຶ້ນ 15% ຈາກປີກາຍນີ້).
  • 20% ຂອງພະນັກງານທີ່ໃຫ້ນົມລູກຕອບວ່າ ເຂົາເຈົ້າໃຫ້ລູກກິນນໍ້ານົມແມ່ເປັນເວລາ 1-3 ເດືອນ.
  • 40% ຂອງພະນັກງານທີ່ໃຫ້ນົມລູກຕອບວ່າ ເຂົາເຈົ້າໃຫ້ລູກກິນນໍ້ານົມແມ່ເປັນເວລາ 3-6 ເດືອນ.
  • 40% ຂອງພະນັກງານທີ່ໃຫ້ນົມລູກຕອບວ່າ ເຂົາເຈົ້າໃຫ້ລູກກິນນໍ້ານົມແມ່ເປັນເວລາ 6-9 ເດືອນ.
  • ບໍ່ມີໃຜເລີຍທີ່ຕອບວ່າ ເຂົາເຈົ້າໃຫ້ລູກກິນນໍ້ານົມແມ່ເປັນເວລາຫຼາຍກວ່າ 9 ເດືອນ.

ເມື່ອຖາມວ່າ ເປັນຫຍັງພະນັກງານບໍ່ລ້ຽງລູກດ້ວຍນໍ້ານົມແມ່ ຫຼື ປໍ້ານໍ້ານົມ ຢູ່ບ່ອນເຮັດວຽກ:

  • 25% ຕອບວ່າ ເຂົາເຈົ້າຕ້ອງໄດ້ເດີນທາງໄປວຽກ.
  • 25% ຕອບວ່າ ເຂົາເຈົ້າອາຍ ຫຼື ກັງວົນວ່າຈະລົບກວນເພື່ອນຮ່ວມງານ.
  • 20% ຕອບວ່າ ບໍ່ມີພື້ນທີ່ ຫຼື ສິ່ງອຳນວຍຄວາມສະດວກທີ່ເໝາະສົມ.
  • 6% ຕອບວ່າ ບໍ່ມີນະໂຍບາຍສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກຂອງຕົນ.
  • 6% ຕອບວ່າ ເຂົາເຈົ້າອາໃສຢູ່ໃກ້ກັບບ່ອນເຮັດວຽກ ດັ່ງນັ້ເຂົາເຈົ້າຈຶ່ງກັບບ້ານເພື່ອໄປໃຫ້ນົມລູກ.

SUN CSA ລາວ ສະໜັບສະໜູນໃຫ້ທຸກອົງກອນ ແລະ ສະຖານທີ່ເຮັດວຽກທຸກບ່ອນ ປະຕິບັດ 10 ຂໍ້ເພື່ອສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ໃນປະເທດລາວ.

ລາຍລະອຽດເພີ່ມເຕີມທີ່ໄດ້ຈາກ “ການສຳຫຼວດພະນັກງານ ກ່ຽວກັບການປະຕິບັດການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ” ຈະຖືກແບ່ງປັນໃນໄວໆນີ້. ກະລຸນາຕິດຕໍ່ກອງເລຂາຖ້າທ່ານຕ້ອງການຮູ້ກ່ຽວກັບຜົນການສຳຫຼວດຂອງອົງກອນຂອງທ່ານເພີ່ມເຕີມ.

Loading...