ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ເວທີສົນທະນາອອນໄລນ໌ປະຈຳວັນສຸກຄັ້ງວັນທີ 7 ກໍລະກົດ 2023

ເວທີສົນທະນາອອນໄລນ໌ປະຈຳວັນສຸກຄັ້ງວັນທີ 7 ກໍລະກົດ 2023

ເວທີສົນທະນາປະຈຳວັນສຸກຂອງ SUN CSA: ການສ້າງກຸ່ມທ້ອນເງິນແມ່ຍິງຂັ້ນບ້ານ.
ວັນທີ: ວັນສຸກທີ 7 ກໍລະກົດ 2023, ເວລາ 9-10 ໂມງ
ຜູ້ນຳສະເໜີ: ທ່ານ ນາງ ເພັດສະຫວັນ ຈັນທະວົງ, ຫົວໜ້າແຜນງານດ້ານສຸຂະພາບ, ອົງການ CARE
ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ), ດຳເນີນເປັນພາສາລາວ

ບົດບາດຂອງແມ່ຍິງຕາມປະເພນີແມ່ນແມ່ຍິງຈະມີໜ້າທີ່ຮັບຜິດຊອບຢູ່ເຮືອນ ແລະ ຢູ່ສວນເປັນສ່ວນຫຼາຍ, ການຕັດສິນໃຈສຸດທ້າຍກ່ຽວກັບການເງິນທີ່ສໍາຄັນຕ່າງໆໃນຄົວເຮືອນ ແມ່ນຂຶ້ນຢູ່ກັບຜູ້ຊາຍເປັນຫຼັກ, ເຖິງແມ່ນວ່າແມ່ຍິງອາດຈະຄຸ້ມຄອງຄ່າໃຊ້ຈ່າຍປະຈໍາວັນ ແຕ່ຍ້ອນການຂາດປະສົບການໃນການຄຸ້ມຄອງເງິນ, ການຮູ້ຫນັງສື ແລະ ການຄິດໄລ່ເລກທີ່ຍັງຕໍ່າ ຂອງເຂົາເຈົ້າ. ເລີ່ມແຕ່ປີ1991 ເປັນຕົ້ນມາ ອົງການແຄຣ໌ ໄດ້ນໍາໃຊ້ຮູບແບບຂອງ ກຸ່ມທ້ອນເງິນ ແລະ ປ່ອຍເງິນຂອງກຸ່ມແມ່ຍິງຂັ້ນບ້ານ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງໃນການເຂົ້າເຖິງລະບົບການເງິນ ແລະ ສ້າງໂອກາດໃນການເພີ່ມຂີດຄວາມສາມາດ ໃນຫຼາຍໆປະເທດທົ່ວໂລກ. ເຊີ່ງອົງການແຄຣ໌ກໍເຄີຍໄດ້ນໍາໃຊ້ຮູບແບບຂອງ VSLA ເພື່ອປັບປຸງຄວາມປອດໄພດ້ານສະບຽງອາຫານ ແລະ ໂພຊະນາການໃນເຂດພູດອຍພາກເໜືອ (SUPA) ໃນປີ 2014-2019. ເຊິ່ງໄດ້ຢັ້ງຢືນວ່າຮູບແບບຂອງ VSLA ນັ້ນແມ່ນມີປະສິດຕິຜົນ ແລະ ຈັດຕັ້ງປະຕິບັດໄດ້ດີ ໃນສະພາບພາກເໜືອຂອງລາວ. ການນຳສະເໜີໃນເວທີສົນທະນາຄັ້ງນີ້ຈະເນັ້ນໃສ່ ຜົນຂອງການຈັດຕັ້ງປະຕິບັດການສ້າງກຸ່ມທ້ອນເງີນແມ່ຍິງຂັ້ນບ້ານ, ພວກເຮົາຂໍເຊີນທ່ານເຂົ້າຮ່ວມໃນເວທີສົນທະນາ SUN CSA ໃນວັນສຸກນີ້.

ລາຍການສົນທະນາຂອງ SUN CSA ເປັນບ່ອນສຳລັບໃຫ້ພະນັກງານ CSO ແລະ INGO ໄດ້ແລກປ່ຽນທັກສະ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ.
ມີ 3 ເຫດຜົນທີ່ທ່ານ ແລະ ເພື່ອນຮ່ວມງານຂອງທ່ານຄວນເຂົ້າຮ່ວມລາຍການສົນທະນາຂອງ SUN CSA:
1. ເປັນເວທີອອນໄລນ໌, ພະນັກງານທີ່ຢູ່ຕ່າງແຂວງກໍສາມາດເຂົ້າຮ່ວມນຳໄດ້ເຊັ່ນກັນ.
2. ໃຊ້ເວລາພຽງ 1 ຊົ່ວໂມງ, ບໍ່ລົບກວນເວລາໃນການເຮັດວຽກຂອງທ່ານ.
3. ເປັນການສົນທະນາແບບໂຕ້ຕອບ, ທ່ານຈຶ່ງສາມາດຖາມຄຳຖາມ ແລະ ສົນທະນາຮ່ວມກັນໄດ້.

ກະລຸນາສົ່ງຕໍ່ການເຊີນນີ້ໃຫ້ກັບພະນັກງານໃນອົງກອນຂອງທ່ານ.

ຖ້າທ່ານສົນໃຈເຂົ້າຮ່ວມກິດຈະກຳດັ່ງກ່າວສາມາດຕິດຕໍ່ຫາ info@suncsalaos.org

Loading...