ເວທີສົນທະນາອອນໄລນ໌ປະຈຳວັນສຸກຄັ້ງວັນທີ 7 ກໍລະກົດ 2023

ເວທີສົນທະນາປະຈຳວັນສຸກຂອງ SUN CSA: ການສ້າງກຸ່ມທ້ອນເງິນແມ່ຍິງຂັ້ນບ້ານ. ວັນທີ: ວັນສຸກທີ 7 ກໍລະກົດ 2023, ເວລາ 9-10 ໂມງ ຜູ້ນຳສະເໜີ: ທ່ານ ນາງ ເພັດສະຫວັນ ຈັນທະວົງ, ຫົວໜ້າແຜນງານດ້ານສຸຂະພາບ, ອົງການ CARE ສະຖານທີ່: ອອນໄລນ໌ຜ່ານລະບົບ ZOOM (ມີລິ້ງຢູ່ດ້ານລຸ່ມ), ດຳເນີນເປັນພາສາລາວ ບົດບາດຂອງແມ່ຍິງຕາມປະເພນີແມ່ນແມ່ຍິງຈະມີໜ້າທີ່ຮັບຜິດຊອບຢູ່ເຮືອນ ແລະ ຢູ່ສວນເປັນສ່ວນຫຼາຍ, ການຕັດສິນໃຈສຸດທ້າຍກ່ຽວກັບການເງິນທີ່ສໍາຄັນຕ່າງໆໃນຄົວເຮືອນ ແມ່ນຂຶ້ນຢູ່ກັບຜູ້ຊາຍເປັນຫຼັກ, ເຖິງແມ່ນວ່າແມ່ຍິງອາດຈະຄຸ້ມຄອງຄ່າໃຊ້ຈ່າຍປະຈໍາວັນ ແຕ່ຍ້ອນການຂາດປະສົບການໃນການຄຸ້ມຄອງເງິນ, ການຮູ້ຫນັງສື ແລະ ການຄິດໄລ່ເລກທີ່ຍັງຕໍ່າ ຂອງເຂົາເຈົ້າ. ເລີ່ມແຕ່ປີ1991 ເປັນຕົ້ນມາ ອົງການແຄຣ໌ ໄດ້ນໍາໃຊ້ຮູບແບບຂອງ ກຸ່ມທ້ອນເງິນ ແລະ ປ່ອຍເງິນຂອງກຸ່ມແມ່ຍິງຂັ້ນບ້ານ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງໃນການເຂົ້າເຖິງລະບົບການເງິນ ແລະ ສ້າງໂອກາດໃນການເພີ່ມຂີດຄວາມສາມາດ ໃນຫຼາຍໆປະເທດທົ່ວໂລກ. ເຊີ່ງອົງການແຄຣ໌ກໍເຄີຍໄດ້ນໍາໃຊ້ຮູບແບບຂອງ VSLA ເພື່ອປັບປຸງຄວາມປອດໄພດ້ານສະບຽງອາຫານ ແລະ ໂພຊະນາການໃນເຂດພູດອຍພາກເໜືອ (SUPA) ໃນປີ 2014-2019. […]