ສະມາຊິກ SUN CSA ລາວ ຈາກ 14 ອົງກອນ ໄດ້ຮ່ວມກັນປຶກສາຫາລືກ່ຽວກັບແຜນວຽກສະໜັບສະໜູນຂອງ SUN CSA ໃນວັນທີ 22 ກຸມພາ 2023. ພວກເຮົາເຮັດໄດ້ດີຫຼາຍ!
ໃນກອງປະຊຸມໜ່ວຍງານສະໜັບສະໜູນວຽກໂພຊະນາການຂອງ SUN CSA ທີ່ໄດ້ຈັດຂຶ້ນແບບອອນໄລນ໌ ແລະ ເຊິ່ງໜ້າທີ່ຫ້ອງປະຊຸມຂອງສູນ LANI, ອົງກອນສະມາຊິກໄດ້ຮ່ວມກັນທົບທວນຄືນກ່ຽວກັບ ການຈັດຕັ້ງປະຕິບັດວຽກສະໜັບສະໜູນໃນໄລຍະ 6 ເດືອນທີ່ຜ່ານມາ ແລະ ໄດ້ຮ່ວມກັນກຳນົດຫົວຂໍ້ບູລິມະສິດ ແລະ ແຜນວຽກຮ່ວມກັນສຳລັບ 1 ປີຕໍ່ໜ້າ ເພື່ອທີ່ຈະນຳໄປນຳສະເໜີຕໍ່ກອງປະຊຸມສາມັນປະຈຳປີ 2023 ຂອງ SUN CSA ໃນວັນທີ 29 ມີນາທີ່ຈະມາເຖິງນີ້ ໄດ້ຮັບຮອງເອົາ. ຫົວຂໍ້ທີ່ອົງກອນສະມາຊິກ ເຫັນວ່າຄວນເປັນຫົວຂໍ້ບູລິມະສິດຮ່ວມກັນແມ່ນ ວຽກງານ 1000 ວັນທຳອິດຂອງຊີວິດ, ການມີສ່ວນຮ່ວມຂອງກຸ່ມຄົນດ້ອຍໂອກາດໃນວຽກງານໂພຊະນາການ, ວຽກງານ WASH ແລະ ການບໍ່ຄ້ຳປະກັນດ້ານສະບຽງອາຫານ ແລະ ອື່ນໆ.
ພວກເຮົາຈະມີການທົບທວນຄືນກ່ຽວກັບແຜນວຽກສະໜັບສະໜູນນີ້ຕື່ມ ໃນເດືອນສິງຫາ 2023. ຂອບໃຈສຳລັບການປະກອບສ່ວນຈາກທຸກທ່ານ.