ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ລາຍການສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA: ພົດຈະນານຸກົມກ່ຽວກັບວຽກງານໂພຊະນາການ ຄັ້ງວັນທີ 2 ກັນຍາ 2022

ລາຍການສົນທະນາອອນໄລນ໌ປະຈຳວັນສຸກຂອງ SUN CSA: ພົດຈະນານຸກົມກ່ຽວກັບວຽກງານໂພຊະນາການ ຄັ້ງວັນທີ 2 ກັນຍາ 2022

ອົງການບັນເທົາທຸກກາໂຕລິກ ຫຼື CRS ກຳລັງສ້າງພົດຈະນານຸກົມຄຳສັບວຽກໂພຊະນາການ ທີ່ຈະປະກອບມີຄຳສັບວິຊາການ ແລະ ຄຳສັບວິຊາການ ແລະ ຄຳສັບທີ່ໃຊ້ເຂົ້າໃນວຽກງານໂພຊະນາການ. ພົດຈະນານຸກົມດັ່ງກ່າວຈະກາຍເປັນບ່ອນອີງທີ່ສຳຄັນໃຫ້ແກ່ຄູ່ຮ່ວມພັດທະນາດ້ານໂພຊະນາການຂອງລາວທັງໝົດເຊັ່ນ ລັດຖະບານ, INGO/CSOs, ຜູ້ໃຫ້ທຶນ, UN, ນັກຄົ້ນຄວ້າ ແລະ ນັກສຶກສາ ໃນການນຳໃຊ້ຄຳສັບທີ່ມີຄວາມໝາຍຖືກຕ້ອງ.

ການສ້າງພົດຈະນານຸກົມນີ້ແມ່ນເປັນກິດຈະກຳໜຶ່ງ ພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃນການຄົ້ນຄວ້າທາງດ້ານໂພຊະນາການ (ANRCB) ທີ່ໄດ້ຮັບທຶນຈາກ USAID, ທີ່ຈັດຕັ້ງປະຕິບັດໂດຍ, ສູນໂພຊະນາການ ແລະ ມະຫາວິທະຍາໄລ, ວິທະຍາໄລສຸຂະພາບ ແລະ ມະຫາວິທະຍາໄລເພີດູ່.

ຂໍຂອບໃຈມາຍັງ 35 ທ່ານຈາກອົງກອນສະມາຊິກ SUN CSA ທີ່ປະກອບຄຳຄິດເຫັນໃສ່ໃນຮ່າງພົດຈະນານຸກົມຄຳສັບໂພຊະນາການນີ້ ໃນເວທີສົນທະນາອອນໄລນ໌ຂອງ SUN CSA ໃນວັນທີ 2 ກັນຍາທີ່ຜ່ານມານີ້. ພວກເຮົາຂໍເຊີນສະມາຊິກ SUN CSA ມາຮ່ວມປະກອບຄຳຄິດເຫັນ ແລະ ຄຳແນະນຳຕໍ່ກັບຮ່າງພົດຈະນານຸກົມດັ່ງກ່າວ ໂດຍສົ່ງໄປຍັງ ທ່ານ ສິດທິພອນ, ພະນັກງານໂຄງການ ANRCB Project/CRS ບໍ່ໃຫ້ກາຍວັນສຸກທີ 9 ກັນຍາ 2022. ຖ້າທ່ານຕ້ອງການເຂົ້າຮ່ວມໃນໜ່ວຍງານຍ່ອຍໃນການພັດທະນາພຢດຈະນານຸກົມນີ້, ກະລຸນາຕິດຕໍ່ຫາກອງເລຂາ SUN CSA ຜ່ານທາງອີເມລ໌.

ຄາດວ່າພົດຈະນານຸກົມດັ່ງກ່າວນີ້ຈະຖືກເປີດໂຕໃນກອງປະຊຸມໂພຊະນາການແຫ່ງຊາດ 2022 ນີ້.

ຂໍຂອບໃຈທຸກທ່ານຈາກພາກສ່ວນ ARMI, PSI, Childfund, CRS, CASE, SCI, APL+, ADWLE, Plan, PDDA, SNV, AMAທີ່ໄດ້ປະກອບຄຳຄິດເຫັນກັບພວກເຮົາ!