ໃນລະຫວ່າງວັນທີ 30 ກັນຍາ ຫາວັນທີ 3 ຕຸລານີ້, ຄະນະຜູ້ແທນລາວທີ່ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນການຮຽນຮູ້ກ່ຽວກັບອາຫານທ່ຽງໃນໂຮງຮຽນ, ເຊິ່ງຈັດຂຶ້ນຢູ່ປະເທດຟີລິບປິນ ໂດຍອົງການເຄືືອຄ່າຍອົງການຈັດຕັ້ງທາງສົງຄົມເພື່ອສົ່ງເສີມໂພຊະນາການ ປະຈໍາອາຊີ (SUN Civil Society Alliances).
ກິດຈະກໍາດັ່ງກ່າວໄດ້ນໍາເອົາຜູ້ຊ່ຽວຊານ ແລະ ນັກປະຕິບັດຮ່ວມກັນເພື່ອແລກປ່ຽນຍຸດທະສາດການປັບປຸງໂພຊະນາການ ແລະ ການສຶກສາໂດຍຜ່ານໂຄງການອາຫານໃນໂຮງຮຽນໃຫ້ມີປະສິດທິພາບ.
ຕາງໜ້າຈາກປະເທດລາວມີ:
- ທ່ານ ທະນົງຈິດ ພັນທະບາ, ຮອງຫົວໜ້າໜ່ວຍງານອາຫານທ່ຽງຂອງໂຮງຮຽນ, IEPC.
- ທ່ານ ທອງຈັນ ບົວພາວົງ, ຜູ້ປະສານງານປະຈຳ ARMI.
- ທ່ານ ສຸລິວັນ ວິໄລພອນ, ຜູ້ປະສານງານປະຈຳ LDPA ຈຳປາສັກ.
- ທ່ານ ວັດວິສາ ແກ້ວສາລິວົງ, ຫົວໜ້າໂຄງການປະຈຳອົງການ CRS Laos.
ບັນດາທີມງານໄດ້ຮັບຄວາມເຂົ້າໃຈ ແລະ ຄວາມຮູ້ອັນລໍ້າຄ່າຜ່ານພາກປະຕິບັດຈາກເພື່ອນຮ່ວມງານເຊັ່ນ: ຫວຽດນາມ, ສີລັງກາ, ແລະ ຟີລິບປິນ ເພື່ອເສີມຂະຫຍາຍການວຽກງານອາຫານທ່ຽງໃນໂຮງຮຽນໃນລາວ.
ຈຸດເດັ່ນທີ່ສໍາຄັນຈາກການແລກປ່ຽນລວມມີ:
ຫຼັກຖານ & ການຄົ້ນຄວ້າ: ໂດຍໄດ້ສໍາຫຼວດການຄົ້ນພົບຫລ້າສຸດກ່ຽວກັບອາຫານທ່ຽງໃນໂຮງຮຽນ ສາມາດປັບປຸງໂພຊະນາການ, ການເຂົ້າຮຽນ, ແລະຜົນໄດ້ຮັບການຮຽນຮູ້ຂອງເດັກນ້ອຍໄດ້ແນວໃດ.
ປະສົບການພາກສະໜາມ: ໄດ້ໄປຢ້ຽມຊົມໂຮງຮຽນຕົວແບບ ແລະ ງານວາງສະແດງແນວພັນພືດ ສະແດງໃຫ້ເຫັນວິທີການຂັບເຄື່ອນຂອງຊຸມຊົນ ໂດຍຊາວກະສິກອນທ້ອງຖິ່ນສະໜອງອາຫານທີ່ມີໂພຊະນາການ.
ຄວາມເຂົ້າໃຈໃນການປະສານງານ: ມີສ່ວນຮ່ວມກັບອົງການຈັດຕັ້ງຂອງລັດຖະບານຟີລິບປິນ (FNRI, ສະພາໂພຊະນາການ) ແລະ ຄູ່ຮ່ວມງານ ສະຫະປະຊາຊາດ (WFP, UNICEF) ເພື່ອເຂົ້າໃຈການປະສານງານໂຄງການທີ່ມີປະສິດທິພາບ.
ການເດີນທາງການຮຽນຮູ້ຄັ້ງນີ້ ຖືເປັນບາດກ້າວອັນສຳຄັນ ໃນການສ້າງຂີດຄວາມສາມາດ ແກ່ອົງການຈັດຕັ້ງທາງສັງຄົມຂອງລາວ ໃນການປັບປຸງໂພຊະນາການ ແລະ ການສຶກສາຂອງເດັກ.





