ກອງປະຊຸມຂອງອົງກອນທີ່ເຮັດວຽກດ້ານໂພຊະນາການ SUN CSA ຄັ້ງວັນທີ 16 ສິງຫາ 2023

ສະມາຊິກ SUN CSA ໄດ້ອັບເດດກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການຂອງຕົນ ໃນກອງປະຊູມໜ່ວຍງານໂພຊະນາການຂອງ SUN CSA ໃນວັນທີ 16 ສິງຫາ 2023. ມີພະນັກງານຈາກອົງກອນສະມາຊິກເຂົ້າຮ່ວມທັງໝົດ 23 ທ່ານ ແລະ ໄດ້ມີການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງອົງກອນຕົນເອງ ໃນໄລຍະສາມເດືອນທີ່ຜ່ານມາ ລວມເຖິງແຜນການໃນຕໍ່ໜ້າ, ຊຶ່ງມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ສຳລັບການວາງແຜນປະສານງານ ແລະ ເຮັດວຽກຮ່ວມກັນຂອງສະມາຊິກໃນເຄືອຂ່າຍ. ກອງເລຂາເຄືອຂ່າຍ SUN CSA ໄດ້ລາຍງານກ່ຽວກັບກິດຈະກຳຮ່ວມຂອງເຄືອຂ່າຍ SUN CSA ທີ່ພົ້ນເດັ່ນ ເປັນຕົ້ນແມ່ນກິດຈະກຳສະເຫຼີມສະຫຼອງສັບປະດາສາກົນການລ້ຽງລູກດ້ວຍນໍ້ານົມແມ່ 2023 ແລະ ກິດຈະກຳສະໜັບສະໜູນ ວຽກງານບໍ່ຄໍ້າປະກັນດ້ານສະບຽງອາຫານ. ຂອບໃຈທຸກທ່ານທີ່ໄດ້ສະຫຼະເວລາເພື່ອແບ່ງປັນບົດຮຽນ ແລະ ປະສານສົມທົບວຽກງານຮ່ວມກັນ. ເມື່ອພວກເຮົາຮ່ວມມືກັນ ພວກເຮົາຈະສາມາດປັບປຸງໂພຊະນາການໃນລາວໄດ້. ພວກເຮົາຈະພົບກັນໃໝ່ໃນກອງປະຊຸມຄັ້ງຕໍ່ໄປໃນເດືອນສິງຫາ. ພວກເຮົາລໍຄອຍທີ່ຈະສະໜັບສະໜູນກິດຈະກຳດ້ານໂພຊະນາການຂອງອົງກອນທ່ານໃນອະນາຄົດ.
ກິດຈະກຳສົນທະນາອອນໄລນ໌ປະຈຳວັນສຸກ SUN CSA ຫົວຂໍ້ ໄຂ້ຍຸງລາຍ: ອາການ, ສາເຫດ, ການປ້ອງກັນ ແລະ ວິທີການໃໝ່ໃນການຫຼຸດຜ່ອນການສົ່ງເຊື້ອ ຄັ້ງວັນທີ 18 ສິງຫາ 2023

ມີພະນັກງານເຖິງ 33 ທ່ານຈາກອົງກອນສະມາຊິກ SUN CSA ໄດ້ເຂົ້າຮ່ວມໃນການສົນທະນາອອນໄລນ໌ຫົວຂໍ້ ໄຂ້ຍຸງລາຍ: ອາການ, ສາເຫດ, ການປ້ອງກັນ ແລະ ວິທີການໃໝ່ໃນການຫຼຸດຜ່ອນການສົ່ງເຊື້ອ. ໃນຕອນເຊົ້າວັນທີ 18 ສິງຫາ 2023, ດຣ. ພຸດມະນີ ທຳມະວົງ ຈາກອົງການຊ່ວຍເຫຼືອເດັກສາກົນປະຈຳລາວ ໄດ້ນຳພາການສົນທະນາໃນຫົວຂໍ້ກ່ຽວກັບໄຂ້ຍຸງລາຍ. ‼ໃນປະຈຸບັນ 🦟ພາຍາດໄຂ້ຍຸງລາຍແມ່ນເປັນປະເດັນທີ່ສຳຄັນ ແລະ ສັງຄົມໃຫ້ຄວາມສົນໃຈຫຼາຍ ເນື່ອງຈາກເປັນໄລຍະທີ່ມີມີອັດຕາຂອງຜູ້ຕິດເຊືຶ້ອ ແລະ ເສຍຊີວິດຈາກໄຂ້ຍຸງສູງ . ອົງກອນສະມາຊິກຂອງພວກເຮົາໄດ້ເຂົ້າຮ່ວມໃນການສົນທະນາຄັ້ງນີ້ ເພື່ອນຳເອົາບົດຮຽນດັ່ງກ່າວໄປເຜີຍແຜ່ ແລະ ນຳໃຊ້. ການນຳສະເໜີຈະມີຂໍ້ມູນທີ່ຫຼາກຫຼາຍ ລວມມີ ວົງຈອນຊີວິດ ແລະ ແຫຼ່ງເພາະພັນຂອງຍຸງລາຍ , ວິທີຫຼຽກລ້ຽງພະຍາດຍຸງລາຍ , ສື່ ແລະ ຊຸມຊົນຕ່າງໆໃນການເຂົ້າເຖິງໂຄງການ ຂອບໃຈທຸກທ່ານທີ່ເຂົ້າຮ່ວມນຳກັນ ☺