ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ

ການສຳຫຼວດຄຳຄິດເຫັນພະນັກງານ ກ່ຽວກັບນະໂຍບາຍ ແລະ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກໃນລາວ 2023

ເມື່ອບໍ່ດົນມານີ້ SUN ລາວ ໄດ້ທຳການສຳຫຼວດພະນັກງານ 229 ທ່ານ ຈາກ 42 ອົງກອນ. ພວກເຮົາໄດ້ຖາມເຖິງຄວາມຮັບຮູ້ຂອງເຂົາເຈົ້າຮູ້ກ່ຽວກັບນະໂຍບາຍ ແລະ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກຂອງເຂົາເຈົ້າ. ຜົນການສຳຫຼວດເປັນໄປໃນທິດທາງທີ່ດີຂຶ້ນ, ຄວາມຮັບຮູ້ ແລະ ການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກຂອງພະນັກງານ ດີຂຶ້ນເມື່ອທຽບກັບປີກາຍນີ້, ແຕ່ກໍຍັງມີບາງຈຸດທີ່ຕ້ອງໄດ້ຮັບການປັບປຸງ ເພື່ອສະໜັບສະໜູນການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ. ການສຳຫຼວດຄຳຄິດເຫັນພະນັກງານກ່ຽວກັບການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ  ໃນເດືອນຕຸລາ 2023 ພະນັກງານ 229 ຄົນ ຖືກສຳຫຼວດ (50% ຍິງ) 42 ອົງກອນ (19 CSOs, 19 INGOs) ພະນັກງານຈາກ 16 ແຂວງ ຄວາມຮັບຮູ້ຂອງພະນັກງານກ່ຽວກັບນະໂຍບາຍການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກ. 59% ຂອງພະນັກງານຮູ້ກ່ຽວກັບນະໂຍບາຍການລ້ຽງລູກດ້ວຍນໍ້ານົມແມ່ຢູ່ບ່ອນເຮັດວຽກຂອງຕົນ (ເພີ່ມຂຶ້ນ 20% ຈາກປີກາຍ). 51% ຕອບວ່າ ໄລຍະພັກເກີດລູກແມ່ນ 3 ເດືອນ, 30% ຕອບວ່າ 6 ເດືອນ. 13% ຕອບວ່າ ເຂົາເຈົ້າບໍ່ຮູ້ວ່າພະນັກງານສາມາດພັກໃນໂມງວຽກ […]

Loading...