ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ກອງປະຊຸມໜ່ວຍງານສະໜັບສະໜູນວຽກງານວຽກງານໂພຊະນາການ SUN CSA ຄັ້ງທີ 1 ຂອງປີ 2022

ກອງປະຊຸມໜ່ວຍງານສະໜັບສະໜູນວຽກງານວຽກງານໂພຊະນາການ SUN CSA ຄັ້ງທີ 1 ຂອງປີ 2022

ພະນັກງານ 24 ທ່ານ ຈາກ 17 ອົງກອນສະມາຊິກຂອງ SUN CSA ໄດ້ພົບປະກັນໃນກອງປະຊຸມໜ່ວຍງານສະໜັບສະໜູນວຽກໂພຊະນາການຂອງ SUN CSA ໃນວັນທີ 8 ກຸມພາ 2022 ຜ່ານລະບົບ ZOOM ເພື່ອທົບທວນຄືນຫົວຂໍ້ໂພຊະນາການທີ່ເປັນບູລິມະສິດ ສຳລັບໄລຍະທຳອິດຂອງປີ 2021-2025 – ທີ່ສຸມໃສ່ 1000 ວັນທໍາອິດຂອງຊີວິດ; BMS Code; ໂຄວິດ-1; ບົດບາດຍິງ-ຊາຍ ທີ່ກ່ຽວຂ້ອງກັບວຽກງານໂພຊະນາການ; ການມີສ່ວນຮ່ວມຄົນທີ່ຢູ່ໃນກຸ່ມສ່ຽງ ຊຶ່ງປະກອບມີຊົນເຜົ່າ, ຄົນພິການ, ຄົນທີ່ເປັນພະຍາດ, ລວມໄປເຖິງ HIV/AIDS; ແລະ ວຽກງານ (WASH) ແລະ ວຽກງານໂພຊະນາການ. ພວກເຮົາໄດ້ສຳເລັດກິດຈະກຳກ່ຽວກັບວຽກງານສະໜັບສະໜັບສະໜູນໃນໜຶ່ງປີຜ່ານມາຈຳນວນ 23 ກິດຈະກຳ. ສະມາຊິກກຸ່ມ AWG ຂອງ SUN CSA ຍັງໄດ້ແຈ້ງກ່ຽວກັບກິຈະກຳວຽກງານສະໜັບສະໜູນທີ່ກຳລັງຈັດຕັ້ງປະຕິບັດ ແລະ ກຳລັງຈະມີຂຶ້ນ, ພ້ອມດຽວກັນນັ້ນ ພວກເຮົາກໍໄດ້ຮ່ວມກັນຮ່າງແຜນກິດຈະກຳວຽກງານສະໜັບສະໜູນເບື້ອງຕົ້ນສຳລັບປີນີ້ ຊຶ່ງແຜນດັ່ງກ່າວຈະຖືກນຳສະເໜີ ແລະ ປຶກສາຫາລືເພີ່ມເຕີມໃນກອງປະຊຸມສາມັນປະຈຳປີຂອງ SUN CSA ໃນວັນທີ 31 ມີນາ 2022 ນີ້.