ພະນັກງານຫຼາຍກວ່າ 25 ທ່ານ ຈາກອົງກອນສະມາຊິກ SUN CSA ໄດ້ເຂົ້າຮ່ວມກອງປະຊຸມໜ່ວຍງານໂພຊະນາການ SUN CSA (SUN CSA Nutrition Working Group) ຜ່ານທາງອອນໄລນ໌ ໃນວັນທີ 1 ກຸມພາ 2022 ເພື່ອອັບເດດວຽກງານດ້ານໂພຊະນາການຂອງຕົນໃນໄລຍະສາມເດືອນທີ່ຜ່ານມາ ແລະ ແຈ້ງກ່ຽວກັບກິດຈະກຳໃນເດືອນຕໍ່ໜ້າ. ກອງປະຊຸມພົບປະດັ່ງກ່າວຊ່ວຍໃຫ້ພວກເຮົາສາມາດມີການປະສານງານ ແລະ ການຮ່ວມມືທີ່ດີ ເພື່ອໃຫ້ການເຮັດວຽກດ້ານໂພຊະນາການຂອງພວກເຮົາມີການປັບປຸງທີ່ດີຂຶ້ນ.
ຂໍຂອບໃຈທຸກທ່ານທີ່ມີການຕິດຕໍ່ພົວພັນກັນຢ່າງເປັນປົກກະຕິ, ພວກເຮົາຈະພົບກັນໃໝ່ໃນອີກສາມເດືອນຂ້າງໜ້າ ໃນເດືອນພຶດສະພາ.