ເຄື່ອຂ່າຍອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມໂພຊະນາການ
  • Home
  • >
  • ຂ່າວ
  • >
  • ຍິນດີຕ້ອນຮັບ ພາເຂົ້າລາວ ເຂົ້າເປັນສະມາຊິກ SUN CSA ລາວ ຢ່າງເປັນທາງການ!

ຍິນດີຕ້ອນຮັບ ພາເຂົ້າລາວ ເຂົ້າເປັນສະມາຊິກ SUN CSA ລາວ ຢ່າງເປັນທາງການ!

ພາເຂົ້າລາວ ຄືເວທີ ທີ່ເນັ້ນຄວາມເຖິງຄວາມສຳຄັນໃນການປົກປັກຮັກສາ ແລະ ສົ່ງເສີມຊີວະນາໆພັນກະສິກຳ ບັນດາພູມມິທັດທີ່ໃຫ້ຄຸນປະໂຫຍດທີ່ຫຼາກຫຼາຍໃນປະເທດລາວ.

ສູນລວມຄວາມຮູ້, ຂໍ້ມູນ ແລະ ຂ່າວສານດ້ານຊີວະນາໆພັນກະສິກຳຂອງລາວ ເພື່ອສ້າງຄວາມເຂັ້ມແຂງໃຫ້ຊຸມຊົນທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງສຳລັບການນຳໃຊ້ຊັບພະຍາກອນເຫຼົ່ານີ້ຢ່າງຍືນຍົງ. ສາມາດຄົ້ນຫາຊະນິດພັນພືດ, ສັດ, ແລະ ເຫັດຫຼາຍກວ່າ 1400 ຊະນິດໃນຖານຂໍ້ມູນຊະນິດພັນ, ຄຽງຄູ່ກັບຂໍ້ມູນຂອງນັກຊີວະນາໆພັນກະສິກຳຕົວແບບໃນລາວ.

ເວທີດັ່ງກ່າວເຜີຍແຜ່ຂໍ້ມູນຜ່ານຊ່ອງທາງສື່ສັງຄົມອອນໄລນເປັນປະຈໍາທຸກອາທິດໃນ Facebook ແລະ ຍັງມີຊ່ອງທາງ YouTube ທີ່ມີຫຼາຍກວ່າ 80 ວິດີໂອ. ນອກຈາກນັ້ນ, ເວັບໄຊດັ່ງກ່າວຍັງໄດ້ນຳສະເໜີຂ່າວສານຈາກປະເທດລາວ ແລະ ພາກພື້ນແມ່ນໍ້າຂອງທີ່ກ່ຽວຂ້ອງກັບຊີວະນາພັນກະສິກຳ

ພວກເຮົາເຄືອຂ່າຍ SUN CSA ລາວ ມີຄວາມຍິນດີທີ່ໄດ້ຕ້ອນຮັບ ພາເຂົ້າລາວ ໃນນາມສະມາຊິກໃໝ່ ແລະ ມີຄວາມຕື່ນເຕັ້ນທີ່ຈະໄດ້ຮ່ວມມືກັນຜ່ານກິດຈະກຳຕ່າງໆໃນອະນາຄົດຕໍ່ໜ້າ.

Loading...